ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງ ສສຊ ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 16 ມິຖຸນາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ: ຜົນກະທົບທີ່ເກີດຈາກການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ໃນສາມປີຜ່ານມາ ໄດ້ເຮັດໃຫ້ແຮງງານລາວສູນເສຍວຽກເຮັດງານທຳ ຫຼື ວ່າງງານ ເປັນຈຳນວນຫຼາຍກວ່າ 5 ແສນຄົນ ຫຼື ອັດຕາການວ່າງງານເພີ່ມສູງເຖິງ 21.8% ໃນທ້າຍປີ 2021.
ໃນໄລຍະ 6 ເດືອນຕົ້ນປີຂອງປີ 2022 ເນື່ອງຈາກປະຊາຊົນໄດ້ຮັບວັກຊິນ, ມີຢາປິ່ນປົວ ແລະ ຮັບຮູ້ ແລະ ປະຕິບັດການປ້ອງກັນໄດ້ດີຂຶ້ນ ຈຳນວນຜູ້ຕິດເຊື້ອກໍຫຼຸດລົງ, ຈົນເຮັດໃຫ້ລັດຖະບານປະກາດເປີດປະເທດເຮັດໃຫ້ຫຼາຍທຸລະກິດກັບມາດຳເນີນກິດຈະການຄືນໃໝ່. ເພາະສະນັ້ນ, ໜ້າທີ່ຕົ້ນຕໍຂອງລັດຖະບານ ໂດຍກະຊວງ ຮສສ ຈະຕ້ອງປະຕິບັດ ແມ່ນການເຮັດໃຫ້ກຳລັງແຮງງານທີ່ວ່າງງານ ໃຫ້ໄດ້ກັບເຂົ້າສູ່ການມີວຽກເຮັດງານທຳໂດຍໄວເທົ່າທີ່ຈະໄວໄດ້ ຄວາມພະຍາຍາມຮ່ວມກັນຂອງທຸກພາກສ່ວນ ຊຶ່ງໃນ 6 ເດືອນຜ່ານມາ ເຮັດໃຫ້ກຳລັງແຮງງານລາວໄດ້ມີວຽກເຮັດລວມທັງໝົດ 27,163 ຄົນ ໃນນັ້ນເກືອບ ເຄິ່ງໜຶ່ງແມ່ນເຮັດວຽກຢູ່ພາຍໃນປະເທດ ແລະ ຫຼາຍກວ່າເຄິ່ງໜຶ່ງໄດ້ວຽກເຮັດຢູ່ຕ່າງປະເທດ. ເພາະສະນັ້ນ, ຕະຫຼາດແຮງງານຢູ່ຕ່າງປະເທດຖືເປັນທາງອອກໜຶ່ງ ໃຫ້ແກ່ແຮງງານລາວເຮົາ ນອກຈາກຈະເປັນວິທີການໜຶ່ງໃນການອອກໄປເກັບກ່ຽວປະສົບການ, ສ້າງທັດສະນະຄະຕິທີ່ດີໃນການເຮັດວຽກໃນສາຂາອາຊີບຕ່າງໆແລ້ວ ຍັງເປັນການສ້າງລາຍຮັບໃຫ້ແກ່ແຮງງານເອງ ແລະ ປະເທດຊາດໄດ້, ຕາມການຄາດຄະເນ ໂດຍສະເລ່ຍແລ້ວແຮງງານລາວທີ່ເຮັດວຽກຢູ່ຕ່າງປະເທດ ທັງຢູ່ປະເທດໄທ, ສ ເກົາຫຼີ ແລະ ຍີ່ປຸ່ນ ໄດ້ສົ່ງເງິນກັບມາປະເທດໄດ້ທັງໝົດເດືອນລະ 4.55 ລ້ານໂດລາ.
ທ່ານ ພົງໄຊສັກ ອິນຖາລາດ ຍັງໃຫ້ຮູ້ອີກວ່າ: ສຳລັບອົງການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດແມ່ນມີທັງອົງການຂອງລັດ ແລະ ບໍລິສັດຈັດຫາງານຂອງເອກະຊົນ ປັດຈຸບັນມີຫຼາຍກວ່າ 30 ບໍລິສັດ. ການອະນຸຍາດສ້າງຕັ້ງ, ຄຸ້ມຄອງ ແລະ ຕິດຕາມ ບັນດາບໍລິສັດຈັດຫາງານ ແມ່ນປະຕິບັດຕາມກົດໝາຍວ່າດ້ວຍແຮງງານ ແລະ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງວິສາຫະກິດບໍລິການຈັດຫາງານ ຊຶ່ງຫາກໍປັບປຸງ ແລະ ປະກາດໃຊ້ໃນວັນທີ 25 ມີນາ 2022. ການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ແມ່ນຕ້ອງຜ່ານອົງການຈັດສົ່ງດັ່ງກ່າວ.
ການຕິດຕາມ ແລະ ຄຸ້ມຄອງການເຄື່ອນໄຫວຂອງບໍລິສັດຈັດຫາງານ ໃນປັດຈຸບັນ ຕົ້ນຕໍແມ່ນໄດ້ປະຕິບັດດັ່ງນີ້: 1). ກ່ອນທີ່ບໍລິສັດຈະລົງເຄື່ອນໄຫວຮັບສະໝັກເອົາແຮງງານຢູ່ແຕ່ລະແຂວງ ເພື່ອສົ່ງໄປເຮັດວຽກທັງຢູ່ພາຍໃນ ແລະ ຕ່າງປະເທດ ຕ້ອງມີໜັງສືຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອແຈ້ງໄປຍັງພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ/ນະຄອນຫຼວງ ຮັບຊາບ ເພື່ອຕິດຕາມ ແລະ ອໍານວຍຄວາມສະດວກໃນການຮັບສະໝັກແຮງງານຢູ່ແຕ່ລະທ້ອງຖິ່ນ. ພ້ອມນີ້ ພະນັກງານທຸກຄົນ ຕ້ອງມີບັດພະນັກງານທີ່ອອກໂດຍກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈຶ່ງສາມາດລົງເຄື່ອນໄຫວໄດ້ ເພື່ອປ້ອງກັນບັນດານາຍໜ້າເຖື່ອນ ທີ່ໄປຕົວະຍົວະຫຼອກລວງແຮງງານ. ພາຍຫຼັງຮັບສະໝັກແຮງງານ ແລະ ປະກອບເອກະສານຄົບຖ້ວນແລ້ວ ກ່ອນການຈັດສົ່ງ ຕ້ອງໄດ້ຮັບອະນຸຍາດຈາກທ້ອງຖິ່ນເສຍກ່ອນ ຈຶ່ງສາມາດເຄື່ອນຍ້າຍແຮງງານໄດ້. 2). ມີປື້ມຄູ່ມືການຝຶກອົບຮົມກ່ອນການຈັດສົ່ງ ຊຶ່ງກ່ອນການຈັດສົ່ງຜູ້ອອກແຮງງານໄປເຮັດວຽກຢູ່ຕ່າງປະເທດແຕ່ລະຄັ້ງ ບໍລິສັດຈັດຫາງານ ຕ້ອງໄດ້ຝຶກອົບຮົມ ແນະນໍາກ່ຽວກັບລະບຽບການຕ່າງໆຂອງປະເທດສົ່ງ ແລະ ປະເທດຮັບ, ການເດີນທາງ, ການດໍາລົງຊີວິດ, ການຕິດຕໍ່ກັບພາກສ່ວນກ່ຽວຂ້ອງ ເມື່ອມີບັນຫາ ແລະ ອື່ນໆ. 3). ມີລະບົບໂປຣແກຮມ ແບບອອນລາຍ ເພື່ອບັນທຶກຂໍ້ມູນຂອງຜູ້ອອກແຮງງານທີ່ຖືກຈັດສົ່ງໄປເຮັດວຽກຢູ່ຕ່າງປະເທດທີ່ບໍລິສັດຈັດຫາງານໄດ້ຈັດສົ່ງ. 4). ມີການລົງຕິດຕາມ ແລະ ປະເມີນຜົນການເຄື່ອນໄຫວຂອງແຕ່ລະ ບໍລິສັດ ເປັນແຕ່ລະໄລຍະ. ໃນກໍລະນີບໍລິສັດຈັດຫາງານ ຫາກເຄື່ອນໄຫວບໍ່ສອດຄ່ອງຕາມກົດໝາຍ ແລະ ລະບຽບການ ແມ່ນຈະດໍາເນີນຕາມກົດຫມາຍເຊັ່ນ: ຄັ້ງທີ 1 ສຶກສາອົບຮົມ, ໃຊ້ແທນຄືນຄ່າເສຍຫາຍທີ່ເກີດຂື້ນ ແລະ ປັບໃໝ 10% ຂອງມູນຄ່າທີ່ໃຫ້ໃຊ້ແທນຄືນ; ຄັ້ງທີ 2 ໃຊ້ແທນຄືນ, ປັບໃໝເພີ່ມ 30% ຂອງມູນຄ່າທີ່ໃຫ້ໃຊ້ແທນຄືນ; ຄັ້ງທີ 3 ໃຊ້ແທນຄືນ, ປັບໃໝເພີ່ມ 60% ຂອງມູນຄ່າທີ່ໃຫ້ໃຊ້ແທນຄືນ; ຄັ້ງທີ 4 ສັ່ງໂຈະກິດຈະການຊົ່ວຄາວ; ຄັ້ງທີ 5 ຖອນໃບອະນຸຍາດສ້າງຕັ້ງວິສາຫະກິດບໍລິການຈັດຫາງານ. ສ່ວນໃນກໍລະນີມີຄວາມເສຍຫາຍເກີດຂຶ້ນ ຕໍ່ກັບຜູ້ອອກແຮງງານ ຫຼື ອົງການຈັດຕັ້ງທີ່ກ່ຽວຂ້ອງ ວິສາຫະກິດບໍລິການຈັດຫາງານຈະຕ້ອງຊົດໃຊ້ຜົນເສຍຫາຍຄືນໃນແຕ່ລະກໍລະນີ ແລະ ຈະຖືກດໍາເນີນຄະດີຕາມກົດໝາຍ ແລະ ລະບຽບການ.
(ຂໍ້ມູນຂ່າວ: ບຸນທົງ, ພາບ: ບຸນອູ້ມ)