ລາວ ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາເສດຖະກິດ-ສັງຄົມ ສປຊ ເປັນຄັ້ງທຳອິດ

ໃນວັນທີ 10 ມິຖຸນາ 2022 ຜ່ານມາ, ສະມັດຊາໃຫຍ່ອົງການ ສະຫະປະຊາຊາດ(ສປຊ) ໄດ້ດຳເນີນການເລືອກຕັ້ງສະມາຊິກໃໝ່ຂອງ ສະພາເສດຖະກິດ-ສັງຄົມ ສປຊ ສຳລັບສົກປີ 2023-2025 ໃນນັ້ນ, ສປປ ລາວ ໄດ້ຮັບກຽດເປັນໜຶ່ງໃນ 4 ປະເທດ ທີ່ໄດ້ຖືກເລືອກຕັ້ງເປັນຕົວແທນຈາກກຸ່ມພາກພື້ນ ອາຊີ-ປາຊິຟິກ ເຊິ່ງລວມທັງ ກາຕ້າ, ສ ເກົາຫລີ ແລະ ສປ ຈີນ. ການໄດ້ຮັບເລືອກຕັ້ງໃນຄັ້ງນີ້ ເປັນຄັ້ງທຳອິດໃນປະຫວັດສາດ ທີ່ ສປປ ລາວ ມີທີ່ນັ່ງເປັນສະມາຊິກສົມບູນ ໃນສະພາເສດຖະກິດ-ສັງຄົມ ສປຊ.

ສະພາເສດຖະກິດ-ສັງຄົມ ເປັນໃຈກາງຂອງລະບົບ ສປຊ ໃນການຈັດຕັ້ງປະຕິ ບັດ 3 ເສົາຄ້ຳຂອງການພັດທະນາແບບຍືນຍົງ-ເສດຖະກິດ, ສັງຄົມ ແລະ ສິ່ງແວດ ລ້ອມ, ເປັນກົນໄກໃນການສົ່ງເສີມການປຶກສາຫາລື ແລະ ແນວຄິດນະວັດນະກຳ, ສ້າງຄວາມເປັນເອກະພາບ ຕໍ່ທິດທາງໃນຕໍ່ໜ້າ ແລະ ຄວາມພະຍາຍາມ ເພື່ອບັນລຸເປົ້າໝາຍການພັດທະນາຂອງສາກົນ, ມີບົດບາດຮັບຜິດຊອບຕິດຕາມຜົນຂອງເວທີປຶກສາຫາລືທີ່ກ່ຽວຂ້ອງ ແລະ ກອງປະຊຸມສຸດຍອດຕ່າງໆ ຂອງ ສປຊ ເຊິ່ງສະພາເສດຖະກິດ-ສັງຄົມ ໄດ້ຮັບການສ້າງຕັ້ງຂຶ້ນພາຍໃຕ້ກົດບັດ ສປຊ ໃນປີ 1945 ໂດຍຖືເປັນໜຶ່ງໃນອົງກອນຫລັກຂອງອົງການ ສປຊ. ສະພາເສດຖະກິດ-ສັງຄົມ ປະກອບດ້ວຍສະມາຊິກຈຳນວນ 54 ປະເທດ ທີ່ໄດ້ຮັບການເລືອກຕັ້ງໂດຍ ສະມັດຊາໃຫຍ່ ເຊິ່ງມີວາລະ 3 ປີ, ສະມາຊິກຂອງສະພາດັ່ງກ່າວ ແມ່ນຈັດແບ່ງຕາມແຕ່ລະພາກພື້ນຄື: 14 ປະເທດ ສຳລັບ ພາກພື້ນ ອາຟຣິກາ, 11 ປະເທດ ສຳລັບພາກພື້ນ ອາຊີ-ປາຊິຟິກ, 6 ປະເທດ ສຳລັບພາກພື້ນ ເອີຣົບຕາເວັນອອກ, 10 ປະເທດ ສຳລັບພາກພື້ນ ອາເມຣິກາລາຕິນ ແລະ ກາຣິບຽນ ແລະ 13 ປະເທດ ສຳລັບພາກພື້ນ ເອີຣົບຕາເວັນຕົກ ແລະ ອື່ນໆ.

ສະພາເສດຖະກິດ-ສັງຄົມ ຍັງມີບົດບາດເຊື່ອມໂຍງບັນດາໜ່ວຍງານ ແລະ ອົງ ການເຄືອຂ່າຍ ສປຊ ທັງໝົດທີ່ຮັບຜິດຊອບວຽກງານການພັດທະນາແບບຍືນຍົງ ໂດຍມີໜ້າທີ່ໃນການກຳນົດຂໍ້ແນະນຳ ແລະ ການປະສານງານ; ໜ້າທີ່ຕົ້ນຕໍ້ຂອງສະພາດັ່ງກ່າວ ແມ່ນການປະສານວຽກງານດ້ານເສດຖະກິດ, ສັງຄົມ ແລະ ການພັດທະນາ ທີ່ກ່ຽວຂ້ອງກັບວຽກງານຂອງບັນດາ 15 ອົງການເຄືອຂ່າຍ, 8 ກຳມາທິການສະເພາະ ແລະ 5 ກຳມາທິການປະຈຳພາກພື້ນ ຂອງ ສປຊ; ເປັນເວທີໃຈກາງໃນການປຶກສາຫາລືກ່ຽວກັບ ບັນຫາເສດຖະກິດ, ສັງຄົມ ແລະ ການພັດທະນາຂອງສາກົນ, ເປັນກົນໄກກຳນົດຂໍ້ແນະນຳ ແລະ ວາງແນວທາງນະໂຍບາຍ ສຳລັບປະເທດສະມາຊິກ ແລະ ລະບົບ ສປຊ ໂດຍລວມ ເພື່ອແກ້ໄຂບັນດາສິ່ງທ້າທາຍທາງດ້ານການພັດທະນາ. ອີງຕາມບົດບາດໃນການປະສານງານ ພາຍໃຕ້ລະບົບ ສປຊ, ສະພາເສດຖະກິດ-ສັງຄົມ ຖືເປັນຊ່ອງທາງໃນການຮ່ວມມື ແລະ ການມີສ່ວນຮ່ວມຂອງທຸກພາກສ່ວນ ລວມທັງເປັນກົນໄກພິເສດ ສຳລັບການປຶກສາຫາລືຢ່າງມີປະສິດທິຜົນ ລະຫວ່າງບັນດາຜູ້ວາງນະໂຍ ບາຍ, ສະມາຊິກສະພາ, ນັກຄົ້ນຄວ້າ, ມູນນິທິ, ພາກສ່ວນທຸລະກິດ, ຊາວໝຸ່ມ ແລະ ຫລາຍກວ່າ 3.200 ອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ.

ໂດຍຄຳນຶງເຖິງບັນດາສິ່ງທ້າທາຍ ແລະ ຄວາມຮຽກຮ້ອງຕ້ອງການສະເພາະຂອງ ກຸ່ມປະເທດທີ່ອ່ອນໄຫວ ແລະ ເພື່ອຕາງໜ້າໃຫ້ກຸ່ມປະເທດນ້ອຍ, ປະເທດບໍ່ມີຊາຍແດນຕິດກັບທະເລ ແລະ ປະເທດດ້ອຍພັດທະນາ, ສປປ ລາວ ຈຶ່ງໄດ້ໃຫ້ຄວາມສຳຄັນເປັນຢ່າງຍິ່ງ ຕໍ່ກັບວຽກງານຂອງ ສະພາເສດຖະກິດ-ສັງຄົມ ສປຊ ໂດຍຖືເປັນກົນໄກຫລັກ ໃນລະບົບການພັດທະນາ ຂອງ ສປຊ, ເປັນໜ່ວຍງານຄົ້ນຄວ້າບັນຫາທີ່ສຳຄັນ, ສ້າງຄວາມເປັນເອກະພາບຕໍ່ທິດທາງລວມຂອງສາກົນ ແລະ ຊຸກຍູ້ສ້າງຄວາມຄືບໜ້າ ໃຫ້ແກ່ວຽກງານການພັດທະນາແບບຍືນຍົງ. ບົນຈິດໃຈດັ່ງກ່າວ, ສປປ ລາວ ມີຄວາມໝາຍໝັ້ນໃນການສືບຕໍ່ຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາຂອງສາກົນ ເຊິ່ງລວມເປັນເປົ້າໝາຍການພັດທະນາແບບຍືນຍົງ (ປພຍ), ແຜນດໍາເນີນງານ ສປຊ ສຳລັບປະເທດດ້ອຍພັດທະນາ ແລະ ແຜນປະຕິບັດງານ ສໍາລັບປະເທດກໍາລັງພັດທະ ນາທີ່ບໍ່ມີຊາຍແດນຕິດທະເລ ລວມທັງ ຂອບການຮ່ວມມືດ້ານການພັດທະນາອື່ນໆ ຂອງ ອົງການ ສປຊ.

ສປປ ລາວ ມີຄວາມເຊື່ອໝັ້ນຢ່າງຍິ່ງວ່າ ອີງໃສ່ສະພາບດ້ານການພັດທະນາສະເພາະຂອງຕົນ ໃນຖານະທີ່ເປັນທັງປະເທດດ້ອຍພັດທະນາ ແລະ ປະເທດທີ່ບໍ່ມີຊາຍແດນຕິດກັບທະເລ, ການເປັນສະມາຊິກຂອງ ສະພາເສດຖະກິດ-ສັງຄົມ ສຳລັບສົກປີ 2023-2025 ຂອງ ສປປ ລາວ ຈະສາມາດສ້າງຄວາມຮັບຮູ້ ແລະ ປະກອບສ່ວນທີ່ມີຄວາມສໍາຄັນ ເຂົ້າໃນວຽກງານ ລວມຂອງສະພາເສດຖະກິດ-ສັງຄົມ ສປຊ ໄປຄຽງຄູ່ກັບຄວາມພະຍາຍາມ ເພື່ອຍົກສູງບົດບາດນຳພາ ແລະ ການກໍານົດນະໂຍບາຍຂອງສະພາດັ່ງກ່າວ ເພື່ອເລັ່ງລັດການຈັດຕັ້ງປະຕິບັດເປົ້າໝາຍ ປພຍ, ການສ້າງຄວາມເຂັ້ມແຂງ ແລະ ສາມາດເຊື່ອມປະສານບັນດາແຜນງານ ທີ່ຢູ່ພາຍໃຕ້ລະບົບການພັດທະ ນາ ແລະ ບັນດາອົງການເຄືອຂ່າຍ ສປຊ ກໍຄື ການຕອບສະໜອງຕໍ່ກັບຄວາມຮຽກ ຮ້ອງຕ້ອງການອັນຈໍາເປັນພິເສດ ຂອງບັນດາປະເທດທີ່ອ່ອນໄຫວກວ່າໝູ່ ໂດຍພາຍໃຕ້ຂອບແຜນງານຕ່າງໆຂອງອົງການ ສປຊ. ສປປ ລາວ ຈະເດີນໜ້າຢ່າງຫ້າວຫັນ ເພື່ອ ປະກອບສ່ວນໃນການສ້າງຄວາມສາມັກຄີປອງດອງ ກັບວົງຄະນາຍາດສາກົນ ແລະ ຍົກສູງບົດບາດຂອງຂອບການຮ່ວມມືຫລາຍຝ່າຍ ໃນທ່າມກາງສະພາບວິກິດການທີ່ພວມເກີດຂຶ້ນໃນທົ່ວໂລກ ແລະ ເພື່ອກ້າວໄປສູ່ການແກ້ໄຂບັນດາສິ່ງທ້າທາຍໃນໄລຍະຍາວ ເພື່ອສົ່ງເສີມການພັດທະນາແບບຍືນຍົງ.

error: Content is protected !!