ສສຊ ສະເໜີໃຫ້ລັດຖະບານ ສືບຕໍ່ ແກ້ໄຂບັນຫາເງິນເຟີ້-ເງິນກີບອ່ອນຄ່າ

ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 14 ມິຖຸນາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ໄດ້ພ້ອມກັນປະກອບຄຳຄິດຄຳເຫັນ ໃສ່ຫລາຍບັນຫາ ໂດຍສະເພາະ ບັນຫາເງິນເຟີ້, ເງິນກີບອ່ອນຄ່າ, ອັດຕາເງິນຕ່າງປະເທດສູງຂຶ້ນເລື້ອຍໆ ເຊິ່ງ ສສຊ ຫລາຍທ່ານສະເໜີໃຫ້ລັດຖະບານ ເລັ່ງແກ້ໄຂບັນຫາດັ່ງກ່າວ ເພື່ອໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ທ່ານ ບຸນມີ ພິມມະສອນ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ສະເໜີໃຫ້ລັດຖະບານ ຄຸ້ມຄອງການແລກປ່ຽນເງິນຕາ ແລະ ຄຸ້ມຄອງບັນດາຮ້ານແລກປ່ຽນເງິນຕາຕ່າງໆ ຢູ່ຂອບເຂດທົ່ວປະເທດ, ພ້ອມທັງໃຫ້ຊອກຫາວິທີທາງດຶງເອົາເງິນຕາຕ່າງປະເທດ ທີ່ເຄື່ອນໄຫວຢູ່ນອກລະບົບ ໃຫ້ເຂົ້າສູ່ລະບົບທະນາ ຄານ ທັງນີ້, ກໍເພື່ອແກ້ໄຂບັນຫາອັດຕາເງິນເຟີ້(ເງິນກີບອ່ອນຄ່າ) ເນື່ອງຈາກ ປັດຈຸບັນ ອັດຕາການແລກປ່ຽນອ່ອນຄ່າ ເກີນລະດັບດຸນຍະພາບເສດກິດ-ເງິນຕາ ທີ່ຄວນຈະເປັນ.

ພ້ອມດຽວກັນນັ້ນ, ຕໍ່ກັບການພັດທະນາເສດຖະກິດ-ສັງຄົມ 6 ເດືອນທ້າຍປີ ສະມາຊິກສະພາແຫ່ງຊາດ ຫລາຍທ່ານສະເໜີ ໃຫ້ລັດຖະບານ ສຸມໃສ່ແກ້ໄຂບັນຫາທີ່ພົ້ນເດັ່ນ ພ້ອມທັງສືບຕໍ່ສົ່ງເສີມ, ສ້າງຄວາມເຂັ້ມແຂງການຜະລິດສິນຄ້າ ເພື່ອທົດແທນການນໍາເຂົ້າ, ຂະນະດຽວກັນ ຕ້ອງສົ່ງເສີມໃຫ້ຜະລິດສິນຄ້າ ເພື່ອການສົ່ງອອກຫລາຍຂຶ້ນ. ນອກຈາກນີ້, ຍັງສະເໜີໃຫ້ສ້າງຄວາມເຂັ້ມແຂງ ແກ່ບຸກຄະລາກອນຂັ້ນເມືອງ ໂດຍສະເພາະຂະແໜງການເງິນ ທີ່ຍັງຂາດເຂີນ, ພ້ອມພັດທະນາລະບົບການເງິນ ໃຫ້ສົມຄູ່ກັບການພັດທະນາລະບົບອື່ນໆ.

ຂ່າວ: ກິດຕາ

ພາບ: ເກດສະໜາ

error: Content is protected !!