ເງິນເຟີ້ຢູ່ ອາເມຣິກາ ເພີ່ມຂຶ້ນສູງທີ່ສຸດ ໃນຮອບ 40 ປີ

ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດທີ່ຜ່ານມານີ້, ກະຊວງແຮງງານ ອາເມຣິກາ ໄດ້ເປີດເຜີຍດັດຊະນີລາຄາຜູ້ບໍລິໂພກ (CPI) ຊຶ່ງເປັນມາດຕາວັດເງິນເຟີ້ ຈາກການໃຊ້ຈ່າຍຂອງຜູ້ບໍລິໂພກເພີ່ມຂຶ້ນ 8.6% ໃນເດືອນພຶດສະພາ ເມື່ອທຽບກັບປີ 2021 ທີ່ຜ່ານມາ ສູງກວ່າທີ່ນັກວິເຄາະໄດ້ຄາດຄະເນໄວ້ທີ່ລະດັບ 8.3%.

ໂຕເລກເງິນເຟີ້ເພີ່ມຂຶ້ນ 8.6% ໃນເດືອນທີ່ຜ່ານມາ ຖືວ່າເປັນການເພີ່ມຂຶ້ນສູງທີ່ສຸດນັບຕັ້ງແຕ່ເດືອນທັນວາ 1981 ຫຼື ໃນຮອບຫຼາຍກວ່າ 40 ປີ ຊຶ່ງດັດຊະນີດາວໂຈນຕະຫຼາດຫຸ້ນ ອາເມຣິກາ ປັບຫຼຸດລົງ 744.29 ຈຸດ ຫຼື -2.3% ສູ່ລະດັບ 31,528.50 ຈຸດຫຼັງຈາກເປີດຊື້ຂາຍບໍ່ເທົ່າໃດຊົ່ວໂມງໃນທ້າຍອາທິດທີ່ຜ່ານມາ. ທັງນີ້, ບັນດານັກລົງທຶນເປັນກັງວົນວ່າ ໂຕເລກເງິນເຟີ້ໃນເດືອນທີ່ຜ່ານມາເພີ່ມສູງກວ່າທີ່ຄາດຄະເນໄວ້ອາດຈະເຮັດໃຫ້ທະນາຄານກາງອາເມຣິກາ (ເຟດ) ເລັ່ງປັບຂຶ້ນອັດຕາດອກເບ້ຍໃນກອງປະຊຸມເພື່ອສະກັດກັ້ນເງິນເຟີ້ໃນໄວໆນີ້.

ນອກຈາກນີ້, ດັດຊະນີ CPI ເພີ່ມຂຶ້ນ 1% ໃນເດືອນພຶດສະພາ ເມື່ອທຽບແບບລາຍເດືອນ ສູງກວ່າໂຕເລກການຄາດຄະເນໄວ້ກ່ອນໜ້ານີ້ທີ່ 0.7%. ຂະນະດຽວກັນ, ດັດຊະນີ CPI ພື້ນຖານ ຊຶ່ງບໍ່ ລວມເອົາໝວດອາຫານ ແລະ ພະລັງງານເພີ່ມຂຶ້ນ 6% ໃນເດືອນພຶດສະພາທີ່ຜ່ານມາ ເມື່ອທຽບແບບລາຍປີ ສູງກວ່າທີ່ນັກວິເຄາະຄາດຄະເນໄວ້ທີ່ລະດັບ 5.9%. ເມື່ອທຽບແບບລາຍເດືອນດັດຊະນີ CPI ພື້ນຖານຂອງ ອາເມຣິກາ ປັບຕົວເພີ່ມຂຶ້ນ 0.6% ໃນເດືອນພຶດສະພາ ສູງກວ່າໂຕເລກການຄາດຄະເນໄວ້ທີ່ລະດັບ 0.5%.

error: Content is protected !!