ການຂົນສົ່ງສິນຄ້າ ຜ່ານທາງລົດໄຟ ລາວ-ຈີນ ນັບມື້ວ່ອງໄວ ແລະ ເພີ່ມຂຶ້ນຢ່າງຕໍ່ເນື່ອງ

ອີງຕາມຂໍ້ມູນຈາກ ບໍລິສັດ ທາງລົດໄຟ ລາວ-ຈີນ ໃຫ້ຮູ້ວ່າ: ນັບແຕ່ເສັ້ນທາງລົດໄຟ ລາວ-ຈີນ ເປີດໃຫ້ບໍລິການຢ່າງເປັນທາງການ, ມາຮອດປັດຈຸບັນ ຂະບວນລົດໄຟຂົນສົ່ງສິນຄ້າຜ່ານແດນ ຈາກລາວໄປຈີນ, ຈາກຈີນມາລາວ ແລະ ໄປປະເທດອື່ນໆ ຜ່ານລົດໄຟ ລາວ-ຈີນ ນັບມື້ນັບວ່ອງໄວ ແລະ ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ມາຮອດວັນທີ 6 ມິຖຸນາ 2022 ນີ້, ປະລິມານການຂົນສົ່ງສິນຄ້າຜ່ານແດນ ຜ່ານທາງລົດໄຟ ລາວ-ຈີນ ໄດ້ຫລາຍກວ່າ 651,000 ໂຕນ, ສະແດງໃຫ້ເຫັນເຖິງບົດບາດການເປັນຊ່ອງທາງການຂົນສົ່ງສາກົນ ທີ່ສຳຄັນທີ່ນັບມື້ນັບມີຄວາມຊັດເຈນຫລາຍຂຶ້ນ, ໃນຂະນະດຽວກັນ, ໃນວັນທີ 7 ມິຖຸນາ 2022, ລົດໄຟສິນຄ້າຂະບວນ 30,002 ບັນຈຸຕູ້ຄອນເທັນເນີ 48 ຕູ້ ທີ່ຂົນສົ່ງເກືອໂພແທດຊຽມ ຈຳນວນ 1,252.2 ໂຕນ ໄດ້ສົ່ງອອກຈາກສະຖານີຂົນສົ່ງສິນຄ້າ ວຽງຈັນໃຕ້, ຖືໄດ້ວ່າເປັນການຈັດຕັ້ງປະຕິບັດການຂົນສົ່ງສິນຄ້າ ທີ່ສຳຄັນຂອງບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ເຊິ່ງປາຍທາງຂອງການຂົນສົ່ງຄັ້ງນີ້ ແມ່ນສະຖານີບ້ານ ຖວນເຈ, ນະຄອນ ສົງຊິ້ງ ປະເທດ ຈີນ ໂດຍຜ່ານດ່ານ ບໍ່ເຕ່ນ-ບໍ່ຫານ.

ນັບຕັ້ງແຕ່ເປີດນຳໃຊ້ທາງລົດໄຟ ລາວ-ຈີນ ເປັນຕົ້ນມາ, ລົດໄຟຂົນສົ່ງສິນຄ້າຂ້າມແດນຂອງທາງລົດໄຟ ລາວ-ຈີນ ໄດ້ມີການຂົນສົ່ງສິນ ຄ້າຫລາຍກວ່າ 10 ປະເພດ ກວມເອົາຫລາຍກວ່າ 100 ຊະນິດ, ແນໃສ່ການຂົນສົ່ງພາກພື້ນເຊັ່ນ: ໄທ, ມາເລເຊຍ, ມຽນມາ, ສິງກະໂປ ແລະ ປະເທດອື່ນໆລວມກວ່າ 10 ປະເທດ. ການຂົນສົ່ງສິນຄ້າຈາກຈີນມາລາວສ່ວນໃຫຍ່ຈະແມ່ນ ສິນຄ້າທີ່ໃຊ້ໃນຊີວິດປະຈຳວັນທົ່ວໄປ ເປັນຕົ້ນຝຸ່ນ, ເຄື່ອງເອເລັກໂທຣນິກ, ເຄື່ອງຜະລິດໄຟຟ້າແສງຕາເວັນ, ແຜ່ນແພ, ຜັກ ແລະ ອື່ນໆ, ສ່ວນການຂົນສົ່ງສິນຄ້າຈາກລາວໄປຈີນ ສ່ວນໃຫຍ່ຈະເປັນຜະລິດຕະພັນກະສິກຳ ເຊັ່ນ: ມັນຕົ້ນ, ຢາງພາລາ, ໝາກເດືອຍ, ແປ້ງມັນຕົ້ນ, ເຫລັກ, ສັງກະສີ, ໝາກຖົ່ວລຽນ ແລະ ອື່ນໆ.

ບໍລິສັດທາງລົດໄຟ ລາວ-ຈີນ ໄດ້ເລີ່ມຈັດຕັ້ງປະຕິບັດແຜນການຂົນສົ່ງສິນຄ້າ ທີ່ສຳຄັນຢ່າງຮອບດ້ານ ໂດຍເນັ້ນໃຫ້ບູລິມະສິດໃນການຂົນສົ່ງສິນຄ້າທີ່ນຳເອົາຜົນປະໂຫຍດ ຕໍ່ການເປັນຢູ່ຂອງປະຊາຊົນ ຄື: ບຸລິມິສິດໃນການຈັດການ, ບຸລິມິສິດ ໃນການຈັດລົດ, ບຸລິມິສິດໃນການບັນທຸກໃສ່ລົດ, ບຸລິມິສິດໃນການປ່ອຍອອກກ່ອນ ແລະ ບຸລິມິສິດໃນການຍໍລົງລົດ ແລະ ມາດຕະການການຂົນສົ່ງອື່ນໆ.

ຂ່າວ:ທະນູທອງ

ຂໍ້ມູນ-ພາບ:ບໍລິສັດທາງລົດໄຟ ລາວ-ຈີນ

error: Content is protected !!