ຈັບຄົນຮ້າຍບຸກໄລ່ຍິງເຈົ້າໜີ້ ເມື່ອປີ 2021 ສໍາເລັດ ຫຼັງໃຫ້ຢືມເງິນແຕ່ບໍ່ສໍານຶກບຸນຄຸນ ຍັງວ່າຈ້າງມືປືນ ຄາດຕະກໍາປິດຫນີ້

ຫຼາຍຄົນອາດຍັງຈື່ໄດ້ ເຫດການທີ່ມືປືນຂີ່ລົດຈັກຄຣີກໄອ ໄລ່ຍິງຊາວ ຈີນ ຂີ່ກໍາລັງຂີ່ລົດຈັກຟີໂນ ໄປຕາມເສັ້ນທາງປະຕູໄຊ ຫາ ໄຟແດງສີດຳດວນ ບ້ານ ສີບຸນເຮືອງ, ເມືອງ ຈັນທະບູລີ, ນະຄອນຫຼວງ ວຽງຈັນ ໃນຄໍ່າຄືນ ຂອງວັນທີ 1 ກັນຍາ 2021 ທີ່ຜ່ານມາ ເຮັດໃຫ້ຜູ້ຖືກເຄາະຮ້າຍບາດເຈັບສາຫັດ ແລະ ຜູ້ກໍ່ເຫດເອົາຕົວຫຼົບໜີ.

ພັອ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ຫົວໜ້າກົມຕໍາຫຼວດສືບສວນ-ສອບສວນ ຖະແຫຼງຂ່າວກ່ຽວກັບເຫດການດັ່ງກ່າວໃນວັນທີ 8 ມິຖຸນາ 2022 ວ່າ: ໃນວັນທີ 1 ກັນຍາ 2021 ປີຜ່ານມາ ເວລາ 20:40 ໂມງ ໄດ້ມີຄົນຮ້າຍຈຳນວນຫນຶ່ງ ໄດ້ຂີ່ລົດຈັກຄຼີກໄອ ປະຄົບລົດຈັກຟີໂນ ແລະ ໃຊ້ປືນຍິງ ທ້າວ ຫຼິວລີ້ຊວນ ສັນຊາດ ຈີນຢູ່ເສັ້ນທາງປະຕູໄຊ ຫາໄຟແດງສີດຳດວນ ເມືອງຈັນທະບູລີ ເຮັດໃຫ້ໄດ້ຮັບບາດເຈັບສາຫັດ; ຈາກນັ້ນ ຖືກນຳຕົວສົ່ງໂຮງຫມໍ ໄດ້ຮັບການປິ່ນປົວຈົນປອດໄພໃນເວລາຕໍ່ມາ.

ຫຼັງຈາກເກີດເຫດ ເຈົ້າໜ້າທີ່ໄດ້ລົງຊັນນະສູດສະຖານທີ່ເກີດເຫດ, ເອົາຄໍາໃຫ້ການພະຍານ, ຜູ້ເຫັນເຫດການ ແລະ ສາມາດຂຶ້ນເປົ້າໝາຍກະທຳຜິດໄດ້ຈຳນວນໜຶ່ງ.

ມາຮອດວັນທີ 9 ກັນຍາ 2021, ເຈົ້າໜ້າທີ່ສາມາດຈັບຕົວ ຜູ້ວ່າຈ້າງ ຫຼື ຫົວໂປ່ໂຕການ ແມ່ນ ທ້າວ ຕີ່ຕີ່ ຢູ່ນະຄອນຫຼວງວຽງຈັນ ເຊິ່ງຜູ້ກ່ຽວໄດ້ຈ້າງມືປືນ 3 ຄົນ ໃຫ້ໄປຄາດຕະກຳ ທ້າວ ທ້າວ ຫຼິວລີ້ຊວນ ແລະ ຕໍ່ມາເຈົ້າໜ້າທີ່ສາມາດຕິດຕາມຈັບຕົວຜູ້ກໍ່ເຫດໄດ້ 2 ຄົນ, ສ່ວນຜູ້ລົງມືກໍ່ເຫດຍິງແມ່ນເອົາຕົວລົບໜີ ເຈົ້າໜ້າທີ່ກໍາລັງເລັ່ງຕິດຕາມຈັບຕົວ, ປັດຈຸບັນ ຈົ້າໜ້າທີ່ຈັບຕົວຜູ້ກ່ຽວຂ້ອງໄດ້ແລ້ວລວມ 3 ຄົນ.

ຜ່ານການສືບສວນ-ສອບສວນ ຈຶ່ງຮູ້ວ່າ ແຮງຈູງໃຈໃນການຄາດຕະກໍາ ທ້າວ ຫຼິວລີ້ຊວນ ໃນຄັ້ງນັ້ນແມ່ນເພື່ອຫວັງປິດໜີ້ໃຫ້ແກ່ທ້າວ ຕີ່ຕີ່ ( ລູກຫນີ້ ) ເພາະໃນໄລຍະຜ່ານມາຜູ້ກ່ຽວໄດ້ຢືມເງິນນຳທ້າວ ຫຼິວລີ້ຊວນ ຈຳນວນເງິນຫຼາຍແສນໂດລາ. ມາຮອດປັດຈຸບັນ, ເຈົ້າໜ້າທີ່ໄດ້ສະຫຼຸບສຳນວນຄະດີ ສົ່ງໃຫ້ອົງການໄອຍະການ ປະຊາຊົນ ນະຄອນຫຼວງ ວຽງຈັນ ຟ້ອງສານຕັດສິນຕາມລະບຽບກົດໝາຍ.

ພາບ-ຂໍ້ມູນຂ່າວ: ໜັງສືພິມຄວາມສະຫງົບ.

error: Content is protected !!