ລັດຖະບານ ຍີ່ປຸ່ນ ຊ່ວຍເຫຼືອປຸກສ້າງອາຄານຮຽນ 8 ແຫ່ງ ລວມມູນຄ່າ 18 ລ້ານໂດລາ

ພິທີວາງສິລາລືກໂຄງການກໍ່ສ້າງອາຄານຮຽນ ໂຮງຮຽນສາທິດຂອງວິທະຍາໄລຄູ ພາຍໃຕ້ໂຄງການປັບປຸງວິທະຍາໄລຄູ ໃນ ລາວ ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໄດ້ຈັດຂຶ້ນໃນວັນທີ 10 ມິຖຸນາ ນີ້ ທີ່ວິທະຍາໄລຄູ ດົງຄໍາຊ້າງ ນະຄອນຫຼວງ ວຽງຈັນ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິ ລາ, ທ່ານ ໂຄບະຢະຊິ ເຄນອິຈິ ເອກອັກຄະລັດຖະທູດປະເທດຍີ່ປຸ່ນ ປະຈໍາ ສປປ ລາວ, ມີຫົວໜ້າຫ້ອງການອົງການໄຈກາ ປະຈໍາ ສປປ ລາວ; ຜູ້ອໍານວຍການວິທະຍາໄລຄູດົງຄໍາຊ້າງ ແລະ ຜູ້ອໍານວຍການວິທະຍາໄລຄູ 8 ແຫ່ງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ, ພະນັກງານຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ໄດ້ລາຍງານການຈັດຕັ້ງປະຕິບັດໂຄງການດັ່ງກ່າວວ່າ: ໂຄງການກໍ່ສ້າງອາຄານຮຽນ ໂຮງຮຽນສາທິດຂອງວິທະຍາໄລຄູ ພາຍໃຕ້ໂຄງການປັບປຸງວິທະຍາໄລຄູ ໃນ ສປປ ລາວ ແມ່ນໄດ້ຮັບການລົງນາມສັນຍາຊ່ວຍເຫຼືອຢ່າງເປັນທາງການ ລະຫວ່າງລັດຖະບານ ລາວ ແລະ ລັດຖະບານຍີ່ປຸ່ນ ລວມມູນຄ່າທັງໝົດ 18,000,000 ໂດລາ, ໂຄງການດັ່ງກ່າວແມ່ນເລັ່ງໃສ່ການປຸກສ້າງອາຄານຮຽນ, ສະໜອງອຸປະກອນສື່ສານການຮຽນການສອນ ໃຫ້ໂຮງຮຽນສາທິດຂອງວິທະຍາໄລຄູ ແລະ ຍັງໄດ້ປຸກສ້າງຫໍພັກນັກສຶກສາຄູ, ຫ້ອງນໍ້າ, ອາຄານອະເນກປະສົງ ຈໍານວນໜຶ່ງໃຫ້ວິທະຍາໄລຄູ 8 ແຫ່ງໃນ ສປປ ລາວ ຄື: ວິທະຍາໄລຄູຫຼວງນໍ້າທາ, ຫຼວງພະບາງ, ຄັງໄຂ, ບ້ານເກິນ, ດົງຄໍາຊ້າງ, ສະຫວັນນະເຂດ, ສາລະວັນ ແລະ ວິທະຍາໄລຄູປາກເຊ. ເພື່ອປັງປຸງວິທະຍາໄລຄູໃນ ສປປ ລາວ ໃນການພັດທະນາຄຸນນະພາບການສຶກສາ ໂດຍສະເພາະແມ່ນການສຶກສາຄູ, ເຮັດໃຫ້ນັກສຶກສາຄູໃນສາຍສ້າງຄູອະນຸບານ, ສ້າງຄູປະຖົມ ແລະ ສາຍສ້າງຄູມັດທະຍົມ ມີສະຖານທີ່ຝຶກສອນໃນຫ້ອງຮຽນ, ເນັ້ນໃສ່ການຝຶກສອນຕົວຈິງໃຫ້ຫຼາຍຂຶ້ນ ຄຽງຄູ່ກັບພາກທິດສະດີໃນການແລກປ່ຽນປະສົບການ ແລະ ຮ່ວມໂມງສອນໃນເວລາຂຶ້ນຫ້ອງສອນຕົວຈິງ ໃນແຕ່ລະພາກຮຽນໃຫ້ມີຄວາມຕໍ່ເນື່ອງ.

ສໍາລັບການດໍາເນີນວຽກງານການປຸກສ້າງຂອງໂຄງການແມ່ນແບ່ງອອກເປັນ 2 ໄລຍະຄື: ໄລຍະທີ 1 ແມ່ນດໍາເນີນຢູ່ 4 ວິທະຍາໄລຄູມີຄື: ວິທະຍາໄລຄູຫຼວງນໍ້າທາ, ຫຼວງພະບາງ, ຄັງໄຂ ແລະ ວິທະຍາໄລຄູດົງຄໍາຊ້າງ ຊຶ່ງເລີ່ມຕົ້ນກໍ່ສ້າງໃນເດືອນມີນາ 2022 ຜ່ານມາ ແລະ ໄລຍະທີ 2 ຈະໄດ້ຈັດຕັ້ງປະຕິບັດຢູ່ 4 ວິທະຍາໄລຄູ ຄື: ວິທະຍາໄລຄູບ້ານເກິນ, ສະຫວັນນະເຂດ, ສາລະວັນ ແລະ ວິທະຍາໄລຄູປາກເຊ ຊຶ່ງຈະໄດ້ເລີ່ມກໍ່ສ້າງໃນເດືອນກັນຍາ 2023. ໂຄງການດັ່ງກ່າວ ມີໄລຍະຈັດຕັ້ງປະຕິບັດແຕ່ເດືອນກັນຍາ 2020 ເຖິງເດືອນທັນວາ 2026.

ຂໍ້ມູນຂ່າວ-ພາບ: ຍຸພິນທອງ

error: Content is protected !!