ມາເບິ່ງ! ວິທີປຸງແຕ່ງ ປົ່ນກົບ ແຊບໆ

ເມື່ອເວົ້າເຖິງ ອາຫານພື້ນເມືອງລາວ ປົ່ນກົບ ເປັນອີກເມນູໜຶ່ງ ທີ່ຄົນ ລາວ ເຮົາ ມັກແຕ່ງກິນເປັນປະຈໍາ! ແລະ ມີຫຼາກຫຼາຍວິທີປຸງແຕ່ງທີ່ແຕກຕ່າງກັນ, ມື້ນີ້ ອັບເດດລາວ ໄດ້ນໍາເອົາວິທີປຸງແຕ່ງ ປົ່ນກົບ ອີກໜຶ່ງວິທີ ຈາກເພຈ Jipnoii Cooking – ຄົວຈິບນ້ອຍ ມາແບ່ງປັນໃຫ້ທຸກໄດ້ຮູ້ ແລະ ສາມາດນໍາເອົາໄປເຮັດຕາມ!

ວິທີປຸງແຕ່ງ:

– ເອົາໝາກເຜັດ ແລະ ຫົວຜັກບົ່ວໄປໝົກໃຫ້ຫອມ.

– ຄົວກົບ ລອກໜັງ ຕັດເລັບໃຫ້ສະອາດ​ (ບາງທ້ອງຖິ່ນບໍ່ລອກໜັງ)​.

– ຕົ້ມນໍ້າໃຫ້ຟົດແລ້ວໃສ່ປາແດກ ຫົວສີໄຄ ແລະ ໝາກເຂືອ.

– ຕົ້ມຈົນນໍ້າຟົດແລ້ວເອົາກົບລົງໄປຕົ້ມຈົນສຸກ.

– ຕຳຫົວຜັກບົ່ວ ແລະ ໝາກເຜັດທີ່ໝົກແລ້ວ ໃສ່ເກືອ ແລະ ແປ້ງນົວ ຕຳໃຫ້ພໍແຫຼກ.

– ເອົາໝາກເຂືອລົງໄປຕຳ ຕາມດ້ວຍກົບທີ່ຕົ້ມສຸກແລ້ວຕຳບໍ່ແຫຼກຫຼາຍເດີ້!

– ຕັກນໍ້າປາແດກໃສ່ປະມານ 2 ບ່ວງແກງ ໃຜມັກນໍ້າຫຼາຍ ນໍ້າໜ້ອຍໃສ່ໄດ້ເລີຍເດີ ຫຼັງຈາກນັ້ນຊີມ.

– ໃສ່ຜັກຫອມບົ່ວ ຫອມປ້ອມ ແລະ ຫອມເປ

ກິນກັບເຂົ້າໜຽວຮ້ອນໆ ຜັກສົດໆ ຍາມເຊົ້າຈະແຊບຫຼາຍ!

ແຫຼ່ງຂໍ້ມູນຈາກ ແລະ ຮູບພາບຈາກ: Jipnoii Cooking – ຄົວຈິບນ້ອຍ

error: Content is protected !!