ສະຫາຍ ທອງລຸນ ສີສຸລິດ ເນັ້ນຫຼາຍ​ບັນ​ຫາໃຫ້ ສມປຊ ເອົາໃຈໃສ່

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສ​ປ​ປ ລາວ ໄດ້​ໂອ້​ລົມ ແລະ ເນັ້ນ​ໜັກ​ໃຫ້ ສະ​ຖາ​ບັນ​ການ​ເມືອງ ແລະ ການ​ປົກ​ຄອງ​ແຫ່ງ​ຊາດ (ສມ​ປ​ຊ) ເອົາ​ໃຈ​ໃສ່​ຄົ້ນ​ຄວ້າ​ທິດ​ສະ​ດີ, ແນວ​ທາງ​ປະ​ຕິ​ບັດ​ແຕ່​ລະ​ໄລ​ຍະ ທີ່ເປັນການຄົ້ນຄວ້າທິດສະດີ ແລະ ພຶດຕິກຳໃຫ້ແກ່ພັກ; ການບໍາລຸງສ້າງພະນັກງານ, ສະມາຊິກພັກ ໃຫ້ແກ່ພັກ ແລະ ທົ່ວລະບົບການເມືອງ, ການຄົ້ນຄວ້າກ່ຽວກັບເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ປະເທດເຮົາ.

ໃນ​ວັນ​ທີ 9 ມິ​ຖຸ​ນາ ນີ້ ສະ​ຫາຍ ທອງ​ລຸນ​ ສີ​ສຸ​ລິດ ໄດ້​ຢ້ຽມ​ຢາມ ແລະ ມີຄຳເຫັນໂອ້ລົມ ຕໍ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໂດຍ​ມີ​ ສະຫາຍ ທອງສະລິດ ມັງໜໍ່ເມກ ​ຄະ​ນະເລຂາທິການສູນການພັກ ຫົວໜ້າຫ້ອງວ່າການສູນກາງພັກ; ສະຫາຍ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ຫົວໜ້າ ສມປຊ ພ້ອມຄະນະ ເຂົ້າຮ່ວມໃຫ້ການຕ້ອນຮັບ. ນອກນີ້, ຍັງມີບັນດາສະຫາຍທີ່ມາຈາກ ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ວິທະຍາຄານຕໍາຫຼວດປະຊາຊົນ, ວິທະຍາຄານສັນຕິບານປະຊາຊົນ, ໂຮງຮຽນທິດສະດີການເມືອງກອງທັບ ເຂົ້າຮ່ວມຮັບຟັງການໂອ້ລົມໃນຄັ້ງນີ້.

ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ໄດ້ກ່າວບາງເນື້ອໃນສຳຄັນວ່າ: ພາຍໃຕ້ການນໍາພາໂດຍກົງ ຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ; ສມປຊ ໄດ້ສະແດງໃຫ້ເຫັນເຖິງທີ່ຕັ້ງ, ບົດບາດ ທີ່ເປັນສູນກາງ ແຫ່ງການບໍາລຸງ-ກໍ່ສ້າງ ພະນັກງານນໍາພາ, ຄຸ້ມຄອງ, ພະນັກງານວິທະຍາສາດ ທິດສະດີການເມືອງ ຂອງພັກ ແລະ ລັດ; ເປັນສູນກາງແຫ່ງການຄົ້ນຄວ້າ ທິດສະດີມາກ-ເລນິນ ແລະ ແນວຄິດ ໄກສອນ ພົມວິຫານ, ຄົ້ນຄວ້າວິທະຍາສາດການເມືອງ-ການປົກຄອງ, ວິທະຍາສາດການນໍາພາ-ຄຸ້ມຄອງ, ປະກອບສ່ວນອັນສໍາຄັນໃຫ້ແກ່ວຽກງານແນວຄິດ, ທິດສະດີ, ການອົບຮົມການເມືອງແນວຄິດ, ການກໍ່ສ້າງພັກ, ຄຸນສົມບັດປະຕິວັດ, ປະກອບສ່ວນສ້າງພະນັກງານໃຫ້ມີຄຸນທາດການເມືອງທີ່ໜັກແໜ້ນ, ຢຶດໝັ້ນລັດທິມາກ-ເລນິນ ແລະ ແນວຄິດ ໄກສອນ ພົມວິຫານ.

ສະຫາຍ ​ເລ​ຂາ​ທິ​ການ​ໃຫຍ່ ປະທານປະເທດ ກ່າວເນັ້ນວ່າ: ພັກເຮົາປະຕິເສດຄວາມຮັບຜິດຊອບບໍ່ໄດ້, ປະຕິເສດພັນທະຂອງຕົນບໍ່ໄດ້ ເພາະເປັນພັກກໍາອໍານາດ, ກໍາອໍານາດ ກໍແມ່ນການກຳຊາຕາກໍາຂອງຊາດ; ບັນດາສະຫາຍກໍາລັງຢູ່ ແລະ ເຮັດວຽກ ຢູ່ສະຖາບັນແຫ່ງນີ້ ແມ່ນມີພັນທະ, ມີບົດບາດ ແລະ ມີຄວາມຮັບຜິດຊອບສໍາຄັນຍິ່ງ ເພື່ອຈະເປັນພະລັງໃຫ້ແກ່ຄວາມເຂັ້ມແຂງ, ການເຕີບ​ໃຫຍ່​ຂະ​ຫຍາຍ​ຕົວຂອງພັກ ເພື່ອໃຫ້ພັກເຮົາເຮັດໜ້າທີ່ຢ່າງມີປະສິດທິຜົນ, ມີຜົນສໍາເລັດໃນພາລະກໍາຂອງພັກ ຕໍ່ຊາດ, ຕໍ່ປະຊາຊົນເຮົາ, ບັນດາສະຫາຍຈະຄົ້ນຄວ້າຫາທິດສະດີ, ແນວທາງປະຕິບັດອັນໃດແດ່ ອອກມາເປັນແຕ່ລະໄລຍະ ກ່ອນອື່ນຕ້ອງຄໍານຶງເຖິງຫຼັກມູນທາງທິດສະດີ, ບົດຮຽນປະຫວັດສາດຂອງພັກເຮົາ ບວກກັບພຶດຕິກໍາຕົວຈິງ ແລະ ວິໄຈບົດຮຽນທີ່ດີ, ຖືກຕ້ອງ ແລະ ຜົນສໍາເລັດ, ແຕ່ກໍຕ້ອງຮູ້ໄດ້ບົດຮຽນທີ່ຍັງອ່ອນ, ຂໍ້ຂາດຕົກບົກຜ່ອງໄປພ້ອມໆກັນ ເພື່ອໃຫ້ສູນກາງພັກນໍາມາໝູນໃຊ້ເຂົ້າໃນການບູລະນະແນວທາງນະໂຍບາຍຂອງພັກ ໃຫ້ໜັກແໜ້ນ, ເຂັ້ມແຂງ, ທັນກັບກາລະເທສະ ນີ້ຄືພາລະກິດສໍາຄັນໜຶ່ງຂອງສະຖາບັນ.

ພາລະກິດໜຶ່ງອີກທີ່ສຳຄັນຄື: ບັນດາສະຫາຍຈະສ້າງ, ສຶກສາອົບຮົມ, ໃຫ້ຄວາມຮູ້ຄວາມເຂົ້າໃຈແກ່ພະນັກງານ, ສະມາຊິກພັກ ທີ່ເຂົ້າມາຮຽນ, ມາຝຶກອົບຮົມໃນສະຖາບັນແຫ່ງນີ້ ຈົບອອກໄປ​ແລ້ວໃຫ້ເປັນຄົນດີ, ຄົນເກັ່ງ, ເປັນຜູ້ຫ້າວຫັນ, ເປັນຜູ້ຮູ້ເຮັດວຽກ, ຮູ້ເສຍສະຫຼະ, ຮູ້ອັນຖືກອັນຜິດ, ຮູ້ວາງແຜນ, ຮູ້ຈັດຕັ້ງປະຕິບັດແຜນຂອງກົມກອງທ້ອງຖິ່ນຕົນ ແລະ ຮູ້ການເຮັດວຽກທີ່ຖືກຫຼັກການ, ມີວິທະຍາສາດ, ປະດິດສ້າງ ແລະ ຮູ້ດໍາລົງຊີວິດ ທີ່ເປັນແບບຢ່າງ, ເປັນຕົວແບບໃຫ້ມະຫາຊົນ, ໃຫ້ມະຫາຊົນຮັກແພງ, ໃຫ້ມະຫາຊົນນັບຖື ແລະ ໃຫ້ມະຫາຊົນເດີນຕາມ.

ໃນການໂອ້ລົມຄັ້ງນີ້, ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ຍັງໄດ້ສະເໜີໃຫ້ ຄວນປັບປຸງບັນດາສະຖາບັນ, ໂຮງຮຽນການເມືອງ-ການປົກຄອງ ໃຫ້ມີຈຸດສຸມທາງດ້ານການຄົ້ນຄວ້າ, ວິໄຈ ເພື່ອສາມາດນຳໃຊ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນຢ່າງແທ້ຈິງ ແລະ ໃຫ້ທັນຍຸກທັນສະໄໝ.

ສະຫາຍ ທອງ​ລຸນ ສີ​ສຸ​ລິດ ໄດ້ກ່າວອີກວ່າ: ການຄົ້ນຄວ້າທິດສະດີ ແລະ ພຶດຕິກໍາ ໃຫ້ແກ່ພັກ ເພື່ອໃຫ້ເປັນຄັງສາງຂອງພັກ ເພື່ອນໍາມາເປັນທິດສະດີ, ເປັນແນວທາງປະຕິບັດໃຫ້ແກ່ພັກເຮົາ ແລະ ວາງແນວ​ທາງຂອງພັກ ໃຫ້ຖືກຕ້ອງສອດຄ່ອງນັ້ນ, ການຄົ້ນຄວ້າວິທະຍາສາດ, ລັດຖະສາດການເມືອງ ເປັນເລື່ອງຈໍາເປັນພາວະວິໄສ ບໍ່ສາມາດຢຸດນິ້ງໄດ້… ເລນິນໄດ້ເວົ້າວ່າ: “ຮຽນແລ້ວຮຽນອີກ, ຮຽນຕໍ່ໆໄປ”, ພວກເຮົາໄດ້ຮຽນ, ກໍາລັງຮຽນ ແລະ ຈະຮຽນ ຢ່າງບໍ່ຢຸດຢັ້ງ, ຮຽນນພຶດຕິກໍາຕົວຈິງ, ຮຽນນໍາເພື່ອນມິດ, ຮຽນນໍາຕົນເອງ, ຮຽນນໍາປະຊາຊົນຢ່າງຕໍ່ເນື່ອງ, ພວກເຮົາຮຽນຈາກພຶດຕິກໍາໃນການນໍາພາທີ່ມີຜົນໄດ້ຮັບ ແລະ ທັງຈາກພຶດຕິກໍາທີ່ປະລາໄຊ… ຂອງກະໂຕພວກເຮົາເອງ ແລະ ຈາກບັນດາພັກອ້າຍນ້ອງ ຫຼື ບັນດາພັກການເມືອງອື່ນໆ. ໂດຍສະເພາະວຽກງານຈັດຕັ້ງຂອງພັກເຮົາ ກໍເຄີຍຮຽນຮູ້, ເຄີຍປັບປຸງ, ປ່ຽນແປງມາໂດຍຕະຫຼອດ ທຸກໆສະໄໝຂອງວິວັດທະນາການຂອງພັກເຮົາ. ແຕ່ວ່າ ໃນນີ້ທຽບໃສ່ອະດີດ ພວກເຮົາມີຄວາມກ້າວໜ້າຂຶ້ນຫຼາຍ, ສະຖາບັນຄົ້ນຄວ້າ ກໍຂະຫຍາຍຕົວ, ນັກຄົ້ນຄວ້າວິໄຈກໍເພີ່ມຂຶ້ນທັງປະລິມານ ແລະ ຄຸນນະພາບ, ພັກ-ລັດ ເຮົາ ກໍລົງທຶນໃສ່ໃນວຽກງານນີ້ຫຼວງຫຼາຍສົມຄວນ. ແຕ່ທຽບໃສ່ຄວາມຮຽກຮ້ອງຕ້ອງການ ກໍເຫັນວ່າຍັງບໍ່​ພຽງ​ພໍ, ທິດສະດີໃໝ່ໆ ຍັງບໍ່ຫຼາຍເມື່ອທຽບໃສ່ພັກອ້າຍນ້ອງ…. ພວກເຮົາຕ້ອງໄດ້ບຸກບືນຕື່ມຫຼາຍທີ່ສຸດ ເພື່ອຕອບໂຈດ ທີ່ວ່າ: “ບໍ່ມີທິດສະດີປະຕິວັດ ກໍຈະບໍ່ມີຂະບວນການປະຕິວັດ…”, ແຕ່​ປັດຈຸບັນ ຕ້ອງໃຫ້ຄໍາຕອບ ຖ້າບໍ່ມີທິດສະດີ ທີ່ຖືກຕ້ອງ, ຫຼັກມູນ ທີ່ກ້າວໜ້າ ທັນສະໄໝ ກໍຈະບໍ່ມີການພັດທະນາ ທີ່ກ້າວໜ້າໄດ້ ຖ້າກ້າວບໍ່ທັນ, ໄປບໍ່ຖືກ ຄວາມເປັນພັກກໍາອໍານາດ ກໍມີໂອກາດລົ້ມລະລາຍໄດ້.

ສະຫາຍ ທອງລຸນ ສີສຸລິດ ຍັງເນັ້ນໃຫ້ ມີການຄົ້ນຄວ້າຫຼາຍບັນຫາໃໝ່ທີ່ຕັ້ງຂຶ້ນ ເພື່ອຫາຄຳຕອບ ໂດຍສະເພາະໃນເງື່ອນໄຂການຈັດຕັ້ງປະຕິບັດແນວທາງການປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ, ເຊື່ອມໂຍງ​ກັບສາກົນ, ປະຕິບັດສອງໜ້າທີ່ຍຸດທະສາດ ມີຫຼາຍບັນຫາໃໝ່ຕັ້ງຂຶ້ນ ທີ່ຈະຕ້ອງສືບຕໍ່ຄົ້ນຄວ້າ, ຫາຄຳຕອບ ເປັນຕົ້ນກ່ຽວກັບເສັ້ນທາງກ້າວຂຶ້ນສັງຄົມນິຍົມ ຢູ່ປະເທດເຮົາ, ພວກເຮົາຄວນໄດ້ຄົ້ນຄວ້າຫາຄຳຕອບວ່າ: ຄຸນລັກສະນະສັງຄົມນິຍົມທີ່ພວກເຮົາກໍາລັງພະຍາຍາມສ້າງໃນປັດຈຸບັນ ແມ່ນແນວໃດ? ພວກເຮົາຢືນຢູ່ຈຸດໃດແລ້ວໃນໄລຍະຂ້າມຜ່ານ? ຈະວາດພາບປະເທດເຮົາໃນອີກ 20 ປີ, 30 ປີ ຫຼື 50 ປີ ຕໍ່ໜ້າ ເປັນແນວໃດ? ອັນນີ້ຖັນແຖວນັກວິທະຍາສາດ ສມປຊ ຕ້ອງປະກອບສ່ວນຢ່າງຕັ້ງໜ້າ ແລະ ຍັງມີຫຼາຍບັນຫາທີ່ຕ້ອງສ້າງຄວາມກະຈ່າງແຈ້ງ.

ສະຫາຍ ທອງ​ລຸນ ສີ​ສຸ​ລິດ ຍັງຮຽກຮ້ອງໃຫ້ບັນດາຄູ-ອາຈານ, ນັກຄົ້ນຄວ້າ, ນັກວິທະຍາສາດ ຈົ່ງພ້ອມຈິດພ້ອມໃຈກັນ ບຸກໜ້າກ້າວຂຶ້ນຮ່ວມ ກັບຄະນະນໍາ ສມປຊ ທີ່ເປັນສະຖາບັນສູງສຸດຂອງພັກ ເຮັດພາລະໜ້າທີ່ ໃຫ້ສົມຄູ່ກັບນາມມະຍົດ ທີ່ໄດ້ຮັບ ແລະ ໜ້າທີ່ ທີ່ພັກເຮົາໄດ້ມອບໝາຍໃຫ້.

(ຂໍ້ມູນຂ່າວ-ພາບ: ສຸກສະຫວັນ)

error: Content is protected !!