ຢູໂຣບ ຈະຫ້າມບໍ່ໃຫ້ຈຳໜ່າຍລົດ ທີ່ໃຊ້ນ້ຳມັນເຊື້ອໄຟ ພາຍໃນ 2035

ອີງຕາມການລາຍງານ ຂ່າວ​ຈາກ ຊີອາໄອ ​ຂອງ​ ຈີນ, ວັນທີ 8 ມິຖຸນານີ້, ສະພາ ຢູໂຣບ ໄດ້ລົງຄະແນນສຽງ ແລະ ຮັບຮອງເອົາຍັດຕິ ນິຕິບັນຍັດ ທີ່ຄະນະກຳມາທິການ ສະຫະພາບ ຢູໂຣບ ສະເໜີໃນເດືອນກໍລະກົດ ປີ 2021 ທີ່ຜ່ານມາ ດ້ວຍຄະແນນສຽງເຫັນດີ 339 ສຽງ, ບໍ່ເຫັນດີ 249 ສຽງ ແລະ ບໍ່ອອກສຽງ 24 ສຽງ ໂດຍໄດ້ຕົກລົງວ່າ: ຫ້າມບໍ່ໃຫ້ຈໍາໜ່າຍລົດ ທີ່ໃຊ້ນ້ຳມັນເຊື້ອໄຟ ພາຍໃນ ສະຫະພາບ ຢູໂຣບ ພາຍ​ໃນປີ 2035 ​ເພື່ອຮັບປະກັນໃຫ້ສະຫະພາບ ຢູໂຣບ ບັນລຸເປົ້າໝາຍ ການປອດການປ່ອຍອາຍພິດ ເຮືອນແກ້ວ ໃນປີ 2050.

ແຕ່ຍັດຕິສະບັບ ດັ່ງກ່າວ ຍັງຕ້ອງຜ່ານ ການອະນຸມັດທີ່ເປັນເອກະພາບກັນ ຈາກລັດຖະບານປະເທດສະມາຊິກສະຫະພາບ ຢູໂຣບ ກ່ອນ.

error: Content is protected !!