ຈຳນວນຜູ້ໂດຍສານ ລົດໄຟ ລາວ-ຈີນ ເພີ່ມຂຶ້ນຢ່າງຕໍ່ເນື່ອງ

ແຫລ່ງຂ່າວຈາກກຸ່ມບໍລິສັດ ທາງລົດໄຟຄຸນໝິງ ຈຳກັດ ໃຫ້ຮູ້ວ່າ: ນັບແຕ່ເປີດບໍລິການທາງລົດໄຟ ລາວ-ຈີນ ມາຮອດທ້າຍພຶດສະພາ 2022 ລົດໄຟ ລາວ-ຈີນ ໄດ້ຂົນສົ່ງຜູ້ໂດຍສານທັງໝົດ 309 ລ້ານເທື່ອຄົນ, ໃນນັ້ນຜູ້ໂດຍໃນປະເທດ ຈີນ ແມ່ນ 271 ລ້ານເທື່ອຄົນ ແລະ ຜູ້ໂດຍສານໃນ ລາວ ແມ່ນ 38 ລ້ານເທື່ອຄົນ ແລະ ເຫັນໄດ້ວ່າ ຈຳນວນຜູ້ໂດຍສານໃນ ລາວ ນັບມື້ເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ທ່ານ ອາຊານ ຜູ້ແປພາສາຈີນ ກຸ່ມບໍລິສັດກໍ່ສ້າງທາງລົດໄຟ ລາວ-ຈີນ ປະຈໍາແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ນັບຕັ້ງແຕ່ເປີດເສັ້ນທາງລົດໄຟ ລາວ-ຈີນ ເປັນຕົ້ນມາ ພະແນກການທາງລົດໄຟ ທີ່ກ່ຽວຂ້ອງໄດ້ປັບປຸງຄວາມສະອາດ ເພື່ອການຂົນສົ່ງຜູ້ໂດຍສານ ແລະ ມີການປ້ອງກັນ, ຄວບຄຸມການລະບາດຂອງພະຍາດ ໂຄວິດ-19 ຢ່າງມີປະສິດທິຜົນ ເພື່ອຕອບສະໜອງຄວາມຕ້ອງການ ແລະ ການເດີນທາງຂອງປະຊາຊົນໃຫ້ຫລາຍເທົ່າທີ່ຈະເປັນໄປໄດ້.

ໃນນັ້ນລົດໂດຍສານປະຈຳວັນໃນປະເທດຈີນມີ 23.5 ຄູ່ໂດຍສະເລ່ຍຕໍ່ມື້ 32.5 ຄູ່ ແລະ ມີຜູ້ໂດຍສານສູງສຸດ 33,000 ເທື່ອຄົນ,ສ່ວນຜູ້ໂດຍສານໃນລາວ ນັບມື້ເພີ່ມຂຶ້ນຢ່າງຕໍ່ເນື່ອງຈາກ 2 ຄູ່ໃນໄລຍະເບື້ອງຕົ້ນມາເປັນ 4 ຄູ່, ມີຜູ້ໂດຍສານສູງສຸດເກືອບ 5,000 ຄົນຕໍ່ມື້.

ເພື່ອຕອບສະໜອງຄວາມຕ້ອງການ ແລະ ການເດີນທາງທີ່ຫລາກຫລາຍຂອງລາວ,ໃນໂອກາດສະເຫລີມສະຫລອງບຸນປີໃໝ່ ລາວ ໃນເດືອນເມສາ ທີ່ຜ່ານມາ, ກົມການທາງລົດໄຟ ໄດ້ເພີ່ມປີ້ໂດຍສານລົດໄຟຄວາມໄວປົກກະຕິ 120 ກິໂລແມັດຕໍ່ຊົ່ວໂມງ, ຈາກນະຄອນຫລວງ ວຽງຈັນ-ບໍເຕັນ, ເພີ່ມຖ້ຽວຈາກນະຄອນຫລວງ ວຽງຈັນ-ຫລວງພະບາງ ແລະ ລົດໄຟ EMU ລະຫວ່າງອຸດົມໄຊ ຕື່ມອີກ ເພື່ອອຳນວຍຄວາມສະດວກ ໃນການເດີ່ນທາງໃຫ້ແກ່ປະຊາຊົນ.

ບໍລິສັດທາງລົດໄຟ ລາວ-ຈີນ ໄດ້ເພີ່ມລົດໄຟໂດຍສານ ເພື່ອຄວາມສະ ດວກໃຫ້ແກ່ການເດີນທາງຂອງປະຊາຊົນ ແລະ ການແລກປ່ຽນດ້ານເສດຖະກິດການຄ້າ ລະຫວ່າງສອງປະເທດ, ຊຸກຍູ້ການທ່ອງທ່ຽວ, ການຄ້າ ແລະ ການລົງທຶນຢູ່ລາວຢ່າງມີປະສິດທິຜົນ ແລະ ມີຄວາມໝາຍອັນໃຫຍ່ຫລວງຕໍ່ການຊຸກຍູ້ເສດຖະກິດ ຂອງ ລາວ ໃຫ້ມີການພັດທະນາຂຶ້ນໄປເລື້ອຍໆ.

ຂໍ້ມູນຂ່າວ: ສີສຸວັນ

error: Content is protected !!