ເດັກຫຼິ້ນມື້ລະ 60 ນາທີ ມີປະໂຫຍດ

ອົງການອະນາໄມໂລກແນະນຳວ່າ ໃນແຕ່ລະມື້ ເດັກຄວນມີກິດຈະກຳທາງກາຍ ລະດັບປານກາງເຖິງໜັກ ຢ່າງໜ້ອຍທີ່ສຸດ 60 ນາທີ ຫຼື ຫຼາຍກວ່ານັ້ນ ໂດຍໃຊ້ເວລາ 5 ມື້ຕໍ່ອາທິດ ຊຶ່ງບໍ່ຈຳເປັນຕ້ອງແລ່ນພຽງແຕ່ຢ່າງດຽວຕໍ່ເນື່ອງ 60 ນາທີ, ແຕ່ສາມາດແບ່ງໄລຍະການແລ່ນເປັນ 10-20-30 ເພື່ອສະສົມໃຫ້ຄົບ 60 ນາທີຕໍ່ມື້ ໂດຍການແບ່ງເປັນໄລຍະດັ່ງນີ້:

  • ແລ່ນຕອນເຊົ້າ 10 ນາທີກ່ອນເຂົ້າຮຽນ ເຊັ່ນ ຍ່າງ ຫຼື ປັ່ນລົດຖີບໄປໂຮງຮຽນ, ອອກກຳລັງກາຍປະກອບເພງ, ແລ່ນໄລ່ຈັບ.
  • ແລ່ນ 20 ນາທີ ເໝິດມື້ ເຊັ່ນ ແລ່ນ, ເຕະບານ, ເຕັ້ນຢາງ, ຫຼິ້ນເກມທີ່ມີການເຄື່ອນໄຫວຮ່າງກາຍ.
  • ແລ່ນ 30 ນາທີ ຫຼັງເລີກຮຽນ ເຊັ່ນ ລອຍນຳ້, ປັ່ນລົດຖີບ, ເຕັ້ນແອໂຣບິກ, ແລ່ນອອກກຳລັງກາຍ ແລະ ຕີບານ.

ນອກຈາກການຫຼິ້ນຈະມີສ່ວນຊ່ວຍ ສົ່ງເສີມພັດທະນາການຂອງເດັກ ລວມທັງສະໝອງ ແລະ ສັງຄົມແລ້ວ ຍັງມີອີກຫຼາຍຂໍ້ດີຂອງການແລ່ນ ເຊັ່ນ ໜ່ວຍງານດ້ານສຸຂະພາບໃນອັງກິດ ແລະ ອາເມຣິກາ ບອກກົງກັນວ່າ ການອອກແຮງຫຍັບໂຕຢ່າງພຽງພໍ ເຮັດໃຫ້ຜົນການຮຽນດີຂຶ້ນເຖິງ 40%, ເດັກທີ່ອອກມາແລ່ນ ຈະມີໂອກາດເກີດພາວະອ້ວນຫຼຸດລົງ 100%, ຫຼຸດໂອກາດການເຂົ້າເຖິງປັດໄຈສ່ຽງ ເຊັ່ນ ສູບຢາ, ຢາເສບຕິດ, ເພດສຳພັນທີ່ບໍ່ປອດໄພ, ຄ່າໃຊ້ຈ່າຍດ້ານການຮັກສາສຸຂະພາບຫຼຸດລົງ ແລະ ຍັງຊ່ວຍຫຼຸດໂອກາດໃນການເກີດໂຣກຫົວໃຈ, ເສັ້ນເລືອດສະໝອງຕີບ, ມະເຮັງ ແລະ ເບົາຫວານ.

ໃນທາງກົງກັນຂ້າມ, ເດັກທີ່ບໍ່ອອກມາຫຼິ້ນ ຈະມີໂອກາດທີ່ຈະພົບກັບບັນຫາສຸຂະພາບບໍ່ແຂງແຮງ, ມີໂອກາດເປັນໂຣກຫົວໃຈສູງກວ່າ ແລະ ມີໂອກາດເປັນຜູ້ໃຫຍ່ ທີ່ມີພາວະເຢັນຊານິ້ງຕໍ່ໄປ ລວມເຖິງມີໂອກາດທີ່ພັດທະນາການຈະຊ້າກວ່າ ຊຶ່ງຜົນການສຶກສາ 287 ຊິ້ນ ໃນກຸ່ມເດັກ ການາດາ ຊັ້ນປະຖົມສຶກສາ 4-5 ໃນໂຮງຮຽນຕ່າງໆ 10 ກວ່າແຫ່ງ ພົບວ່າ ໂຮງຮຽນທີ່ເຂົ້າຮ່ວມໂຄງການ Action School in British Columbia ທີ່ຈັດກິດຈະກໍາໃຫ້ເດັກໄດ້ເຄື່ອນໄຫວ ແລະ ເຄື່ອນໄຫວຮ່າງກາຍຢ່າງພຽງພໍ ມີສັດສ່ວນຂອງເດັກທີ່ມີຄະແນນສອບເສັງ ມາດຕະຖານສູງກວ່າ ໂຮງຮຽນທີ່ເດັກບໍ່ໄດ້ເຂົ້າຮ່ວມກິດຈະກຳ. ດັ່ງນັ້ນ ການພາເດັກແລ່ນ ຈຶ່ງມີປະໂຫຍດຫຼາຍກວ່າທີ່ຄິດ.

error: Content is protected !!