ກຳປູເຈຍ ປະກາດເປັນປະເທດ ປອດເຊື້ອພະຍາດ ໂຄວິດ-19

ອີງຕາມການລາຍງານຂ່າວຈາກ https://mgronline.com/uptodate/detail/9650000054214

ວັນ​ທີ 7 ​ມິຖຸນາ ​ນີ້, ກຳປູ​ເຈຍ ກາຍເປັນ​ປະ​ເທດປອດ​ເຊື້ອ​ພະຍາດ ​ໂຄ​ວິດ-19​ ແລ້ວ ຫລັງ​ຈາກຜູ້​ຕິດ​ເຊື້ອຄົນ​ສຸດ​ທ້າຍ ​ໄດ້​ຮັບ​ການປິ່ນປົວ​ດີ​ແລ້ວ ​ແລະ ບໍ່​ມີ​ລາຍ​ງານພົບ​ຜູ້​ຕິດ​ເຊື້ອ ​ໂຄ​ວິດ-19 ລາຍ​ໃໝ່ຕິດ​ຕໍ່​ກັນ 31ວັນ ​ໂດຍ​ມີ​ຜູ້​ຕິດ​ເຊື້ອສະ​ສົມ 136,262 ຄົນ, ປິ່ນປົວ​ຫາຍດີ​ແລ້ວ 133,206 ຄົນ ​ແລະ ຜູ້​ເສຍ​ຊີວິດ 3,056 ຄົນ ນັບ​ຕັ້ງ​ແຕ່​ເກີດ​ພະຍາດ​ແພ່​ລະບາດ ​ເມື່ອ​ເດືອນ​ກໍລະກົດ ​ປ2020.

ຂະນະ​ທີ່ກະຊວງສາທາລະນະ​ສຸກ ກຳປູ​ເຈຍ ​ເປີດ​ເຜີຍ​ວ່າ: ກຳປູ​ເຈຍ ສັກ​ວັກ​ຊິນ​ປ້ອງ​ກັນ​ ໂຄ​ວິດ-19 ຢ່າງ​ໜ້ອຍ 1​ໂດ​ສ ​ໃຫ້​ປະຊາຊົນ 15 ລ້ານ​ ກວ່າ​ຄົນກວມ​ເອົາ 94% ຂອງ​ປະຊາກອນ 16 ລ້ານ​ຄົນ ​ໂດຍ​ມີ​ປະຊາຊົນສັກ​ວັກ​ຊິນ​ ຄົບ 2​ໂດ​ສ 14.3 ລ້ານ​ຄົນ, ຄົບ 3​ ໂດ​ສ 9.25 ລ້ານ​ຄົນ, ຄົບ 4​ ໂດ​ສ 2.58 ລ້ານ​ຄົນ ຕາມ​ລຳດັບ ​ແລະ ຈະ​ເລີ່​ມສັກ​ວັກ​ຊິນ ​ໂດ​ສທີ 5 ​ໃຫ້​ປະຊາກອນກຸ່ມສ່ຽງ ຕັ້ງ​ແຕ່​ວັນ​ທີ 9 ​ມິຖຸນາ ​ນີ້​ ເປັນຕົ້ນ​ໄປ.

error: Content is protected !!