ທາງລົດໄຟ ລາວ-ຈີນ ເປີດດຳເນີນການຄົບຮອບເຄິ່ງປີແລ້ວ

ທາງລົດໄຟ ລາວ-ຈີນ ໄດ້ເປີດດຳເນີນການມາເປັນເວລາຄົບຮອບເຄິ່ງປີແລ້ວ. ຕາມລາຍງານໄດ້ໃຫ້ຮູ້ວ່າ, ມາຮອດວັນທີ 2 ມິຖຸນາ, ການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າຂອງທາງລົດໄຟ ລາວ-ຈີນ ໄດ້ມີທ່າອ່ຽງເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ ບໍ່ວ່າຈະເປັນທາງດ້ານປະລິມານ ຫຼື ຄຸນນະພາບ, ພ້ອມດຽວກັນນິ້ນ, ບົດບາດທາງດ້ານການຂົນສົ່ງສິນຄ້າສາກົນຂອງລົດໄຟລາວ-ຈີນ ກໍນັບມື້ນັບພົ້ນເດັ່ນຂຶ້ນ. ມາຮອດປະຈູບັນ, ໄດ້ມີການຂົນສົ່ງຜູ້ໂດຍສານທັງໝົດມີ 410,000 ຄົນ ແລະ ການຂົນສົ່ງສິນຄ້າຂ້າມແດນປະມານ 640,000 ໂຕນ.

ປັບປຸງຄຸນນະພາບການຂົນສົ່ງຜູ້ໂດຍສານ ເພື່ອຕອບສະໜອງຄວາມຕ້ອງການໃນການເດີນທາງ. ທາງລົດໄຟລາວ-ຈີນໄດ້ເປີດນຳໃຊ້ສະຖານີຜູ້ໂດຍສານ 4 ສະຖານີ ຕາມລຳດັບຄື: ສະຖານີນາເຕີຍ, ສະຖານີກາສີ, ສະຖານີເມືອງງາ ແລະ ສະຖານາໝໍ້, ມາຮອດປະຈຸບັນ ສະຖານີຂົນສົ່ງຜູ້ໂດຍສານທັງໝົດລວມມີ 10 ສະຖານີ. ນອກຈາກນີ້ແລ້ວ, ກໍໄດ້ມີການຈັດຊື້ລົດໄຟ EMU ຂະບວນ “ລ້ານຊ້າງ” ເພີ່ມອີກ 1 ຂະບວນ ແລະ ລົດໄຟທໍຳມະດາ 1 ຂະບວນ ເປີດໃຊ້ງານໄປພ້ອມໆກັນ ອັນເປັນການສະຫນອງທາງເລືອກໃນການນຳໃຊ້ທີ່ຫຼາກຫຼາຍໃຫ້ແກ່ຜູ້ໂດຍສານ. ໂດຍສະເລ່ຍການແລ່ນລົດໄຟ ແມ່ນ 6 ຖ້ຽວຕໍ່ມື້, ສູງສຸດແມ່ນ 8 ຖ້ຽວຕໍ່ມື້, ຂົນສູງຜູ້ໂດຍສານສູງສຸດ 5,000 ຄົນຕໍ່ມື້. ພ້ອມດຽວກັນນັ້ນ, ດ້ານດານບໍລິການກໍໄດ້ຂະຫຍາຍເວລາຊື້ປີ້ລ່ວງໜ້າ ແລະ ໄດ້ມີການເປີດຈູດຂາຍປີ້ຢູ່ບັນດາຕົວເມືອງໃຫຍ່ໃນລາວ ເພື່ອອຳນວຍຄວາມສະດວກໃຫ້ແກ່ການເດີນທາງຫຼາຍຂຶ້ນ. ເມື່ອສະຖານີຂົນສົ່ງຜູ້ໂດຍສານ ແລະ ຖ້ຽວລົດໄຟທີ່ເພີ່ມຂຶ້ນ, ຈໍານວນນັກທ່ອງທ່ຽວທີ່ນຳໃຊ້ລົດໄຟໃນການເດີນທາງໄປນະຄອນຫຼວງວຽງຈັນ, ວັງວຽງ, ຫຼວງພະບາງ ແລະ ຕົວເມືອງທ່ອງທ່ຽວອື່ນໆໃນລາວກໍເພີ່ມຂຶ້ນຢ່າງຫຼວງຫຼາຍ, ເຊິ່ງກໍໄດ້ເປັນສ່ວນໜຶ່ງທີ່ຊ່ວຍກະຕຸ້ນດ້ານເສດຖະກິດ ແລະ ການທ່ອງທ່ຽວຕາມເສັ້ນທາງລົດໄຟໄດ້ຢ່າງມີປະສິດທິຜົນ.

ເປີດຊ່ອງທາງຂົນສົ່ງສາກົນເພື່ອຮັກສາສະຖຽນລະພາບ ແລະ ເພີ່ມຄຸນນະພາບການຄ້າຕ່າງປະເທດ. ທາງລົດໄຟລາວ-ຈີນໄດ້ສ້າງຊ່ອງທາງການຂົນສົ່ງສາກົນລະຫວ່າງຈີນກັບອາຊຽນທີ່ສະດວກສະບາຍ, ຫຼຸດຜ່ອນເວລາ ແລະ ຄ່າຂົນສົ່ງໃນການຂົນສົ່ງເປັນຈຳນວນຫຼາຍ. ຕາມສັນຍາການເປັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ທີ່ມີຜົນບັງຄັບໃຊ້ຢ່າງເປັນທາງການ ໃນເດືອນມັງກອນທີ່ຜ່ານມາ, ຄວາມຮຽກຮ້ອງຕ້ອງການດ້ານການຂົນສົ່ງສິນຄ້າສາກົນລະຫວ່າງຈີນກັບລາວກໍນັບມື້ນັບເພີ່ມຂຶ້ນ. ເຊິ່ງກໍເຮັດໃຫ້ບັນດາສະຖານີຕ່າງໆເຊັ່ນ: ສະຖານີວຽງຈັນໃຕ້, ສະຖານີນາເຕີຍ, ສະຖານີວັງວຽງ, ສະຖານີຫຼວງພະບາງ ແລະ ສະຖານີໂພນໂຮງ ໄດ້ເປີດທຸລະກຳຂົນສົ່ງສິນຄ້າເພີ່ມຂຶ້ນ; ນອກນີ້, ຍັງເປີດກວ້າງການເຄື່ອນໄຫວສຳຫຼວດການຂົນສົ່ງທາງລົດໄຟສາກົນຮູບແບບໃໝ່ເຊັ່ນ: “Lancang-Mekong Express Line + Cross-border E-commerce”, “”Laos-China Railway + China-Europe Railway Express”, “Laos-China Railway + Western Land-Sea New Corridor Express” ແລະ ອື່ນໆ, ເພີ່ມທະວີຄວາມສາມາດໃນການສົ່ງອອກຂອງທາງລົດໄຟລາວ-ຈີນ ແລະ ການຂົນສົ່ງຂ້າມຊາຍແດນ, ໃຫ້ບັນດາວີສາຫະກິດໄດ້ເຫັນເຖິງໂອກາດ ແລະ ຜົນຕອບແທນທີ່ທາງລົດໄຟລາວ-ຈີນຈະນຳມາໃຫ້.

ເສີມຂະຫຍາຍຄຸ້ມຄອງການບໍາລຸງຮັກສາໃນຊ່ວງດຳເນີນການ ເພື່ອຮັບປະກັນໃຫ້ການຂົນສົ່ງມີຄວາມປອດໄພ ແລະ ລາບລື່ນ. ໃນໄລຍະຕໍ່ໄປ, ໜ່ວຍງານທາງລົດໄຟຈະຖອດຖອນບົດຮຽນຂອງການເປີດ ແລະ ດຳເນີນການຂອງທາງລົດໄຟ ລາວ-ຈີນ ເຄິ່ງປີຜ່ານມາ, ຕັ້ງໜ້າຊຸກຍູ້ຄົ້ນຄວ້າ ແລະ ພັດທະນາລະບົບຊື້ປີ້ອອນລາຍ ແລະ ການກໍ່ສ້າງຂໍ້ມູນຂ່າວສານການຂົນສົ່ງ ແລະການຜະລິດ, ຊຸກຍູ້ການກໍ່ສ້າງສະຖານີຂົນສົ່ງສິນຄ້າ ວຽງຈັນໃຕ້ ແລະ ສືບຕໍ່ເພີ່ມທະວີປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ-19, ພັດທະນາຄຸນນະພາບການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າຂອງທາງລົດໄຟ ລາວ-ຈີນ ຢ່າງບໍ່ຢຸດຢັ້ງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງຄວາມຜາສູກໃຫ້ແກ່ປະຊາຊົນສອງຊາດ ລາວ ແລະ ຈີນ.

ຂໍ້ມູນຈາກ: lao national radio

error: Content is protected !!