ລັດ ສົ່ງເສີມການປູກ-ຜະລິດຊາ ເປັນສິນຄ້າສົ່ງອອກ ຕິດພັນການທ່ອງທ່ຽວ

ກອງປະຊູມປຶກສາຫາລືດ້ານການພັດທະນາຂະແໜງຊາ ລາວ ພາຍໃຕ້ຄວາມຮັບຜິດຊອບຂອງໂຄງການສ້າງຄວາມເຂັ້ມແຂງ ໃນການຜະລິດໃບຊາ ເປັນສິນຄ້າ (Mekong Tea Project) ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 3-5 ມິຖຸນາ 2022 ທີ່ສູນການຄ້າລາວ ໄອເຕັກ, ນະຄອນຫລວງ ວຽງຈັນ ໂດຍການເປັນປະທານເປີດຂອງທ່ານ ປອ.ສຸລາພອນ ອິນທະວົງ ຮອງຫົວໜ້າກົມປູກຝັງ, ກະຊວງ ກະສິກຳ ແລະ ປ່າໄມ້ (ກປ) ແລະ ທ່ານ ສົົມວິໄຊ ວົງທິຣາດ ຮອງຫົວ ໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາ ຫະກໍາ ແລະ ການຄ້າ (ອຄ); ມີບັນດາຜູ້ຕາງໜ້າອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ ແລະ ບັນດາຜູ້ປະກອບການ, ກຸ່ມຜູ້ຜະລິດຊາ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.

ກອງປະຊູມຄັ້ງນີ້ ໄດ້ສັງລວມຫຍໍ້ສະພາບການພັດ ທະນາຂະແໜງການຊາ ລາວ ແລະ ວິເຄາະກໍລະນີສຶກສາ ກ່ຽວກັບສັນຍາສອງສົ້ນໃນຂະແໜງຊາລາວ; ສະເໜີຈຸດປະສົງຂອງໂຄງການຊາແມ່ນໍ້າຂອງ ແລະ ຄວາມຄືບໜ້າ; ການສະໜັບສະໜູນກຸ່ມຜະລິດຊາແບບຍືນຍົງ ທີ່ເມືອງ ຍອດອູ, ແຂວງ ຜົ້ງສາລີ; ການສະໜັບສະໜູນການຢັ້ງຢືນຄຸນນະພາບ ແລະ ການເຂົ້າເຖິງຕະຫລາດ; ການພັດທະນາການຜະລິດຊາຢູ່ພາກເໜືອລາວ ໂດຍໂຄງການຮ່ວມມືລະຫວ່າງກົມສົ່ງເສີມກະສິກໍາ ແລະ ສະຫະກອນ ແລະ ອົງ ການ Helvetas; ການພັດທະນາ GI ຢູ່ ສປປ ລາວ ແລະ ຄວາມຄືບໜ້າ, ແນວຄວາມຄິດ ກ່ຽວກັບຖິ່ນກຳເນີດ; ບັນຈຸພັນ ແລະ ການພັດທະນາຍີ່ຫໍ້ທ້ອງຖິ່ນ ສູ່ຍີ່ຫໍ້ລະດັບຊາດ; ນໍາສະເຫນີແນວຄວາມຄິດ: ເຄືອຂ່າຍຮຽນຮູ້ຊາລາວ; ພ້ອມດຽວກັນນັ້ນ, ທີ່ປະຊຸມຍັງໄດ້ຈັດກຸ່ມຍ່ອຍ ເພື່ອແລກປ່ຽນກ່ຽວກັບເຄື່ອຂ່າຍຮຽນຮູ້ຊາລາວ ແລະ ນໍາສະໜີຜົນການປະກອບຄໍາເຫັນໃນກຸ່ມຍ່ອຍ ແລະ ຄຳແນະນໍາຕ່າງໆ;

ສຳລັບວັນທີ 4 ແລະ ທີ 5 ມິຖຸນາ ມີການວາງສະແດງຊາ ຕາມຫ້ອງຕ່າງໆຂອງສູນການຄ້າໄອເຕັກ, ນອກນີ້ ຍັງມີການສະແດງຟ້ອນ“ເກັບຊາ”, ວົງດົນຕີຍິງລາວສະແດງ ເປົ່າແຄນ; ການປະກອບຄຳເຫັນໃນການສະໜັບສະໜູນຈາກລັດຖະບານຝຣັ່ງ ໃນການພັດທະນາຕ່ອງໂສ້ກະສິກຳ ທີ່ຍືນຍົງ; ເວທີສົນທະ ນາພາຍໃຕ້ຫົວຂໍ້:“ຊາລາວມີລັກສະນະສະເພາະແນວໃດ? ມີສິ່ງທ້າທາຍຫຍັງແດ່ ທີ່ຜູ້ຜະລິດ ແລະຜູ້ປະກອບການພົບພໍ້, ທ່າແຮງບົ່ມຊ້ອນ ສຳລັບເປົ້າໝາຍການຕະຫລາດ ແລະ ພັດທະນາເສດຖະກິດ-ສັງ ຄົມ”. ນອກນີ້ ໃນງານຍັງໄດ້ວາງສະແດງ ແລະ ຂາຍຜະລິດຕະພັນຊາ, ຊີມ ນໍ້າຊາ, ສະແດງປະເພນີຊົງຊາ ແລະ ການນຳສະເໜີຜະລິດຕະພັນຊາ ຈາກບັນດາແຂວງຕ່າງໆ.

ທ່ານ ຮອງຫົວໜ້າກົມປູກຝັງ ໄດ້ກ່າວວ່າ: ປັດຈຸບັນມີຫລາຍແຜນງານ ແລະ ໂຄງການທີ່ພວມຈັດຕັ້ງປະຕິບັດ ເພື່ອສົ່ງເສີມການຜະລິດຊາ, ໃນນັ້ນ ກໍມີໂຄງການສ້າງຄວາມເຂັ້ມແຂງໃນການຜະລິດໃບຊາເປັນສິນຄ້າ ເປັນໂຄງການທີ່ໄດ້ຮັບທຶນການຊ່ວຍເຫລືອຈາກອົງການຝຣັ່ງ ເພື່ອການພັດທະນາ (AFD), ໄລ ຍະຈັດປະຕິບັດ 3 ປີ(ແຕ່ປີ 2019-2022) ໂດຍໄດ້ກໍານົດພື້ນທີ່ ຕົວແບບໃນການປະຕິບັດໂຄງການ ຢູ່ 2 ແຂວງຄື: ເມືອງ ໄຊສະຖານ, ແຂວງ ໄຊຍະບູລີ ແລະ ເມືອງ ເມິງ, ແຂວງ ບໍ່ແກ້ວ. ໃນນີ້ຍັງມີອົງປະກອບໂຄງການສຳຄັນໜຶ່ງ ເພື່ອສະໜັບສະໜູນວຽກງານພັດທະນາໂຄງສ້າງການຈັດຕັ້ງຂອງຂະແໜງຊາ ທີ່ຕິດພັນກັບການສ້າງນະໂຍບາຍກ່ຽວຂ້ອງໃນການຄຸ້ມຄອງຂະແໜງ ເພື່ອປະກອບສ່ວນຈັດຕັ້ງປະຕິບັດນະໂຍ ບາຍການສົ່ງເສີມການຜະລິດກະສິກຳໃນຮູບແບບກະສິກຳສະອາດ ທີ່ເປັນມິດກັບສີ່ງແວດລ້ອມ ແນໃສ່ໃຫ້ຜູ້ຜະລິດທຸກພາກສ່ວນໄດ້ເຂົ້າຮ່ວມໃນຕ່ອງໂສ້ກາເຟ ແລະ ໄດ້ຮັບຜົນປະໂຫຍດຢ່າງເປັນທຳ ສອດຄ່ອງກັບແຜນຍຸດທະສາດກະສິກຳ ແລະ ປ່າໄມ້ຮອດປີ 2025 ແລະ ວິໄສທັດຮອດປີ 2030.

ທ່ານ ຮອງຫົວໜ້າກົມສົ່ງເສີມການຄ້າ ໄດ້ກ່າວວ່າ: ກົມໄດ້ສົ່ງເສີມສິນຄ້າປະເພດຊາ ຫລື ຜະ ລິດຕະພັນຊາ ເປັນອີກວຽກງານໜຶ່ງທີ່ໄດ້ຊຸກຍູ້ສົ່ງເສີມ ເພື່ອເຊື່ອມໂຍງກັບການທ່ອງທ່ຽວ ຊຶ່ງໄດ້ສຸມໃສ່ຍົກລະດັບຄຸນນະພາບຂອງການຫຸ້ມຫໍ່ຜະລິດຕະພັນ ແລະ ການເກັບຮັກສາ ດ້ວຍການຍົກລະດັບຄວາມຮູ້ວິຊາການ, ການອອກແບບຜະລິດຕະພັນ ໃຫ້ມີຄວາມຫລາກຫລາຍ ແລະ ການນໍາໃຊ້ເຄື່ອງຈັກຈໍານວນໜຶ່ງເຂົ້າໃນການຜະລິດ ແລະ ການເກັບ. ຊາ ແມ່ນຜະລິດຕະພັນກະສິກໍາທີ່ໄດ້ມາຈາກໃບ, ຍອດອ່ອນ ແລະ ກ້ານຂອງຕົ້ນຊາ ໂດຍຜ່ານຂະບວນການປຸງແຕ່ງທີ່ມີຫຼາຍຫຼາກວິທີ ເຮັດໃຫ້ເກີດມີຜະລິດຕະພັນຊາທີ່ຫຼາກຫຼາຍ ເປັນຕົ້ນ ຊາຂຽວ, ຊາດໍາ, ຊາແດງ ທີ່ບໍລິໂພກກັນຢ່າງກວ້າງຂວາງ. ສຳລັບ ສປປ ລາວ ກໍ່ໄດ້ມີການປູກ ແລະ ບໍລິ ໂພກຊາແຕ່ດົນນານແລ້ວ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ຮອດປີ 2021 ເນື້ອທີ່ການຜະລິດຊາໃນທົ່ວປະເທດ ມີປະມານ 7,700 ເຮັກຕາ, ຜົນຜະລິດປະມານ 16,230 ໂຕນ. ແຕ່ການສົ່ງອອກຊາເປັນທາງການຍັງມີໜ້ອຍ ໂດຍການສົ່ງອອກຊາແຫ້ງໃນປີ 2021 ມີ 667 ໂຕນ ມູນຄ່າປະມານ 1.9 ລ້ານໂດລາສະຫະລັດ.

ຂ່າວ: ຣັດສະໝີ ດວງສັດຈະ

error: Content is protected !!