ເຈົ້າໜ້າທີ່ພາສີປະຈຳ ແຂວງ ບໍລິຄຳໄຊ ຢຶດໄມ້ເຖື່ອນໄດ້ 2.37 ແມັດກ້ອນ

ເຈົ້າໜ້າທີ່ພາສີ ປະຈໍາ ແຂວງບໍລິຄໍາໄຊ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ທີ່ຖືກມອບໝາຍຢ່າງເຂັ້ມງວດ ແລະ ສາມາດຢຶດໄດ້ໄມ້ເຖື່ອນຫລາຍປະເພດ (ໄມ້ໜູນ, ໄມ້ຄຳພີ, ໄມ້ດູ່, ໄມ້ແຕ້ຂ່າ) ລວມທັງໝົດ 68 ໂຕ ເທົ່າກັບ 2.37 ແມັດກ້ອນ.

ຕາມການໃຫ້ສຳພາດຂອງ ທ່ານ ບຸນຈັນ ຈອມມະນີ ຮອງຫົວໜ້າພາສີປະຈຳແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ໃນທ້າຍເດືອນພຶດສະພາ 2022 ຜ່ານມານີ້, ເຈົ້າໜ້າທີ່ພາສີ ແຂວງ ບໍລິຄຳໄຊ ໄດ້ຮັບແຈ້ງຈາກພົນລະເມືອງດີ ມີລົດຂົນສົ່ງເຄື່ອນຍ້າຍໄມ້ຜິດກົດໝາຍຢູ່ເຂດ ເມືອງ ທ່າພະບາດ, ເຂດ ປາກກະດິງ ແລະ ຢູ່ເຂດເມືອງ ຄຳເກີດ, ເຈົ້າໜ້າທີ່ພາສີປະຈຳແຂວງໄດ້ເຄື່ອນໄຫວ, ຕິດຕາມຈຶ່ງພົບລົດເປົ້າໝາຍຢູ່ເຂດບ້ານປາກກະດັນ ເມືອງ ປາກຊັນ ແຂວງບໍລິຄໍາໄຊ ກຳລັງເດີນທາງລົງໄປຕາມເສັ້ນທາງເລກທີ 13 ໃຕ້, ເຈົ້າໜ້າທີ່ພາສີປະຈຳ ແຂວງ ບໍລິຄໍາໄຊ ທີ່ອອກປະຕິບັດໜ້າວຽກງານວິຊາສະເພາະ ໄດ້ຕິດຕາມຢ່າງໃກ້ສິດຈົນຮອດເຂດ ບ້ານ ນໍ້າທອນ, ເມືອງ ປາກກະດິງ ແຂວງ ບໍລິຄໍາໄຊ ແລະ ໄດ້ຂໍອະນຸຍາດຈາກເຈົ້າຂອງພາຫະນະ ກວດກາສິນຄ້າພາຍໃນລົດ ເບື້ອງຕົ້ນບໍ່ພົບເຫັນສິນຄ້າຜິດກົດໝາຍ ແຕ່ດ້ວຍຄວາມສົງໃສຂອງເຈົ້າໜ້າທີ່ພາສີ ຈຶ່ງໄດ້ກວດຄົ້ນຢ່າງລະອຽດຍ້ອນຜູ້ກ່ຽວດັດແປງສະພາບພື້ນລົດ, ຈຶ່ງພົບໄມ້ຈຳນວນຫລາຍລາຍການປະກອບມີ: ໄມ້ໝູນຈໍານວນ 6 ໂຕ ເທົ່າກັບ 0.16 ແມັດກ້ອນ, ໄມ້ຄຳພີ 2 ໂຕເທົ່າກັບ 0.03 ແມັດກ້ອນ, ໄມ້ຄໍາພີ (ໄມ້ເສດ) 237 ກິໂລກຣາມ, ໄມ້ດູ່ 4 ໂຕ ເທົ່າກັບ 0.04 ແມັດກ້ອນ ແລະ ໄມ້ແຕ້ຂ່າ 38 ໂຕ ເທົ່າກັບ 2.13 ແມັດກ້ອນ ລວມທັງໝົດເທົ່າກັບ 2.37 ແມັດກ້ອນ ແລະ 237 ກິໂລກຣາມ.

ສຳລັບການກະທໍາຜິດໃນຄັ້ງນີ້, ຖືວ່າຜິດຕໍ່ກົດໝາຍວ່າດ້ວຍພາສີ, ກົດໝາຍວ່າດ້ວຍປ່າໄມ້ ແລະ ຄຳສັງຂອງນາຍົກລັດຖະມົນຕີ ແຫ່ງສປປລາວ ເລກທີ 15/ນຍ, ປັດຈຸບັນ ຍັງຢູ່ໃນຂັ້ນຕອນຂະບວນການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ເພື່ອດຳເນີນຄະດີຕໍ່ຜູ້ກະທໍາຜິດຕາມກົດໝາຍໃນຂັ້ນຕໍ່ໄປ.

error: Content is protected !!