ສາວໄປປາຕີ້ ເກີດອາການຊອ໋ກຢາ ແລະ ໝົດສະຕິ

ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ 1624 ລາຍງານ: ໃນວັນທີ 03 ມິຖຸນາ 2022 ເວລາ:02:43 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າມີເຫດຄົນຊ໋ອກຢາ ເຂດບ້ານ ດົງຄຳຊ້າງ, ເມືອງ ຫາດຊາຍຟອງ, ນະຄອນຫຼວງ ວຽງຈັນ.

ເມື່ອລົງໄປກວດສອບເຫດພົບຜູ້ບາດເຈັບ 01 ຄົນເປັນເພດຍິງ ເຊິ່ງມີອາການໝົດສະຕິ ແລະ ຊ໋ອກ.

ທີມງານໜ່ວຍກູ້ໄພ ນະຄອນຫຼວງ ວຽງຈັນ 1624 ຈຶ່ງໄດ້ຊ່ວຍປະຖົມພະຍາບານຂັ້ນເບື້ອງຕົ້ນ ແລ້ວນຳສົ່ງໂຮງໝໍ  ເສດຖາທິລາດ ເພື່ອປິ່ນປົວໃຫ້ຊ່ວງເຊົາ.

ສຳລັບຊະນິດ ແລະ ປະເພດຂອງຢາແມ່ນທາງໜ່ວຍກູ້ໄພບໍ່ໄດ້ລະບຸ.

error: Content is protected !!