ອາຊຽນ ຕີລາຄາ ການຟື້ນຟູ ຜົນກະທົບຈາກການລະບາດພະຍາດ ໂຄວິດ-19

ຕອນເຊົ້າຂອງວັນທີ 20 ເມສາ 2022 ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ລາວ ເຂົ້າຮ່ວມກອງປະຊຸມໜ່ວຍງານຂອງສະພາປະສານງານ ອາຊຽນ ວ່າດ້ວຍການຊ່ວຍເຫລືອສຸກເສີນ ດ້ານສາທາລະນະສຸກ ຄັ້ງທີ 8 ແບບທາງໄກ ພາຍໃຕ້ການເປັນປະທານຂອງ ປະເທດ ກໍາປູເຈຍ ໂດຍມີບັນດາເຈົ້າໜ້າທີ່ອາວຸໂສ ອາຊຽນ ຈາກເສົາຄໍ້າວັດທະນະທໍາ-ສັງຄົມ, ເສດຖະກິດ ແລະ ສາທາລະນະສຸກ, ຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາ ອາຊຽນ ແລະ ກອງເລຂາ ອາຊຽນ ເຂົ້າຮ່ວມ.

ກອງປະຊຸມ, ໄດ້ຕີລາຄາສູງຕໍ່ຜົນການຈັດຕັ້ງປະຕິບັດ ບັນດາໜ້າວຽກໃນການແກ້ໄຂ ແລະ ຮັບມືກັບການແຜ່ລະບາດພະຍາດ ໂຄວິດ-19 ກໍຄື ການຟື້ນຟູຈາກຜົນກະທົບຂອງການລະບາດພະຍາດ ໂຄວິດ-19 ຂອງອາຊຽນ; ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າການຈັດຕັ້ງປະຕິບັດແຜນຟື້ນຟູຮອບດ້ານຂອງ ອາຊຽນ ໂດຍຊຸກຍູ້ໃຫ້ບັນດາຂະແໜງ ການກ່ຽວຂ້ອງ ເພີ່ມທະວີການຈັດຕັ້ງປະຕິບັດແຜນຟື້ນຟູ ແລະ ໄດ້ຮັບຊາບຄວາມຄືບໜ້າ ກ່ຽວກັບການຈັດຕັ້ງປະຕິບັດແຜນຂອບວຽກແລວການເດີນທາງ ອາຊຽນ ແນໃສ່ເພື່ອອໍານວຍຄວາມສະດວກໃນການເດີນທາງ ເຂົ້າ-ອອກ ພາຍໃນປະເທດສະມາຊິກ ອາຊຽນ.

ພ້ອມນີ້, ກອງປະຊຸມ ໄດ້ຊຸກຍູ້ໃຫ້ອົງການ UNICEF ໂດຍສົມທົບກັບເຈົ້າໜ້າທີ່ອາວຸໂສ ສາທາລະນະສຸກ ອາຊຽນ ເລັ່ງລັດການນໍາໃຊ້ງົບປະມານ ຈາກກອງທຶນອາຊຽນເພື່ອຮັບມືກັບພະຍາດ ໂຄວິດ-19 ຈັດຊື້ ແລະ ນໍາສົ່ງວັກຊິນຕ້ານພະຍາດ ໂຄວິດ-19 ໃຫ້ບັນດາປະເທດ ອາຊຽນ ໃຫ້ສໍາເລັດໃນໄຕມາດທີ 1 ແລະ 2 ຂອງປີນີ້. ນອກນີ້, ກອງປະຊຸມ ຍັງໄດ້ຮຽກຮ້ອງໃຫ້ປະເທດສະມາຊິກ ອາຊຽນ ສືບຕໍ່ປະກອບສ່ວນເຂົ້າໃນຄັງແຮອຸປະກອນການແພດ ພາກພື້ນອາຊຽນ ເພື່ອຮັບມືກັບພາວະສຸກເສີນດ້ານສາທາລະນະສຸກ ເຊິ່ງຄັງແຮດັ່ງກ່າວ ມີຄວາມສໍາຄັນໃນການຊ່ວຍເຫລືອດ້ານຢາປົວພະຍາດ ແລະ ອຸປະກອນການແພດ ໃຫ້ບັນດາປະເທດສະມາຊິກ ອາຊຽນ ທີ່ໄດ້ຮັບຜົນກະທົບຈາກພາວະສຸກເສີນດ້ານສາທາລະນະສຸກ ໃນອະນາຄົດ.

ສຳລັບ ຜົນຂອງການປຶກສາຫາລືຄັ້ງນີ້ ຈະນໍາສະເໜີລາຍງານຕໍ່ກອງປະຊຸມສະພາປະສານງານ ອາຊຽນ ຄັ້ງທີ 31 ເຊິ່ງຈະຈັດຂຶ້ນ ໃນຕົ້ນເດືອນ ສິງຫາ 2022.

ພາບ: ຂັນໄຊ

error: Content is protected !!