ຊຽງຂວາງ ເລີ່ມປັບປຸງ ທົ່ງໄຫຫີນ ມໍລະດົກໂລກ ພາຍຫຼັງເປີດປະເທດ

ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ ຊຽງຊວາງ (ຖວທ) ໄດ້ເລີ່ມເລ່ງໃສ່ປັບປຸງພື້ນທີ່ ທົ່ງໄຫຫີນ ໃຫ້ມີຄວາມສວຍງາມ, ສະອາດງາມຕາເພື່ອໃຫ້ກາຍເປັນແຫຼ່ງທ່ອງທ່ຽວ ໃນລະດັບມາດຕະຖານສາກົນ, ໃຫ້ສົມກັບວ່າ ທົ່ງໄຫຫີນ ເປັນມໍລະດົກໂລກ, ພາຍຫຼັງທີ່ລັດຖະບານລາວ ໄດ້ປະກາດເປີດປະເທດສົ່ງເສີມການທ່ອງທ່ຽວຢ່າງເປັນທາງການເປັນຕົ້ນມາ.

ທ່ານ ສີວິໄລ ອຸດົມສຸກ ຮອງຫົວໜ້າພະແນກ ຖວທ ແຂວງ ຊຽງຂວາງ ຜູ້ຮັບຜິດຊອບວຽກງານທ່ອງທ່ຽວໄດ້ໃຫ້ຮູ້ວ່າ:ເພື່ອກຽມຕ້ອນຮັບນັກທ່່ອງທ່ຽວທີ່ຈະມາທ່ຽວມໍລະດົກໂລກທົ່ງໄຫຫີນ, ພະແນກຖວທແຂວງໄດ້ເລີ່ມປັບປຸງອະນາໄມພື້ນທີ່ທົ່ງໄຫຫີນ,ບ່ອນບໍລິການ,ຫ້ອງວາງສະແດງ, ຮ້ານຄ້າແລະສິ່ງອໍານວຍຄວາມສະດວກຕ່າງໆໃຫ້ມີຄວາມສະອາດງາມຕາ. ນອກຈາກ ປັບປຸງທົ່ງໄຫຫີນແລ້ວ, ຍັງໄດ້ມີການປັບປຸງແຫຼ່ງທ່ອງທ່ຽວຕື່ມອີກ 3 ຈຸດໃຫຍ່ຄື:ທ່ອງທ່ຽວດ້ານທໍາມະຊາດ, ທ່ອງທ່ຽວວັດທະນະທໍາ ແລະ ທ່ອງທ່ຽວທາງດ້ານປະຫວັດສາດ.

ໃນດ້ານການທ່ອງທ່ຽວດ້ານທໍາມະຊາດ,ຊຽງຂວາງ ໄດ້ກຳນົດເອົານໍ້າຕົກຕາດຄາ ເມືອງ ໜອງແຮດ ທີ່ມີຄວາມສູງເກືອບ 500 ​ແມັດ, ນໍ້າຕົກຕາດຂ້າ ເມືອງ ແປກ, ບໍ່ນໍ້າອຸ່ນ ບ້ານ ນໍ້າຮົມ, ເມືອງ ຄໍາ ໂດຍໄດ້ພັດທະນາເປັນສະຖານທີ່ລີສອດເປັນບ່ອນພັກ, ມີຫ້ອງປະຊຸມ,​ ຫ້ອງອາຫານ, ແລະ ມີບ່ອນອາບນໍ້າກາງແຈ້ງ. ຫ່າງຈາກບໍ່ນໍ້າອຸ່ນເມືອງຄໍາຍັງມີບໍ່ນໍ້າອຸ່ນບ້ານຊາງ, ບໍ່ນໍ້າອຸ່ນພູເມືອງ ທີ່ໄດ້ຮັບການພັດທະນາໂດຍນັກທຸລະກິດເອກະຊົນ ແລະ ບໍ່ນໍ້າອຸ່ນ, ເມືອງ ຄູນ ແລະອື່ນໆ. ສ່ວນທ່ອງທ່ຽວທາງວັດທະນະທໍາ ປະກອບມີປູນີຍະສະຖານ ທົ່ງໄຫຫີນ ເປັນ 80 ກວ່າແຫ່ງ, ໃນນັ້ນ, ທົ່ງໄຫຫີນ ທີ່ ຖືກຮັບຮອງເປັນມໍລະດົກໂລກ 11​ ແຫ່ງ, ໂດຍສະເພາະທົ່ງໄຫຫີນແຫ່ງທີ່ 1 ເປັນທົ່ງໄຫຫີນໃຫຍ່ ຫ່າງຈາກຕົວເທສະບານແຂວງ 6 ກິໂລແມັດ ຖືກຮັບຮອງຈາກອົງການ ຢູແນັສໂກ ໃຫ້ເປັນມໍລະດົກໂລກໃນວັນທີ 10 ກໍລະກົດ 2019, ວັດເພຍວັດເມືອງຄູນທີ່ເປັນລະດົກທ້ອງຖິ່ນ ແລະເຄີຍເປັນທີ່ຕັ້ງ ແຂວງ ຊຽງຂວາງໃນເມື່ອກ່ອນ,ຕາມປະຫວັດສາດແມ່ນຖືກສ້າງຂຶ້ນພ້ອມກັບ ພະທາດຫຼວງວຽງຈັນ.

ທ່ານສີວິໄລ ອຸດົມສຸກໃຫ້ຮູ້ຕື່ມອີກວ່າ: ສ່ວນທາງດ້ານປະຫວັດສາດ, ແຂວງຊຽງຂວາງເປັນສະໝໍລະພູມສະໄໝສົງຄາມ ໃນປີ 1964-1973 ຊຽງຂວາງ ໄດ້ກາຍເປັນພື້ນທີ່ສູ້ຮົບທີ່ດຸເດືອດທີ່ສຸດ ເຊິ່ງສາມາດຮູ້ໄດ້ປະຫວັດຄວາມເປັນມາສົງຄາມ ເປັນຕົ້ນບັນດາຖໍ້າປິວເມືອງຄໍາ, ພູກູດເຫຼັກກ້າ ທີ່ເປັນແຫຼ່ງທ່ອງທ່ຽວປະຫວັດສາດລະດັບຊາດ,​ ນອກຈາກນີ້, ຍັງມີຮ່ອງຮອຍຫຼຸມລົບໄພຫຼົງເຫຼືອຈາກສະໄໝສົງຄາມ ທີ່ມີຄວາມຍາວປະມານ 100​ ກວ່າແມັດ ພູຜາປ່າດົງ ແລະອື່ນໆ.

ອີງຕາມຂໍ້ມູນໃຫ້ຮູ້ວ່າ: ແຂວງ ຊຽງຂວາງ ມີແຫຼ່ງທ່ອງທ່ຽວທັງໝົດ 146 ແຫ່ງ, ໄດ້ເປີດໃຫ້ບໍລິການໃຫ້ແກ່ນັກທ່ອງທ່ຽວແລ້ວ 42 ແຫ່ງ, ໃນນັ້ນ, ທ່ອງທ່ຽວດ້ານທໍາມະຊາດມີ 11 ແຫ່ງ, ດ້ານປະຫວັດສາດ 12 ແຫ່ງ,​ ແລະວັດທະນະທໍາ 19 ແຫ່ງ.

ແຫຼ່ງຂໍ້ມູນຂ່າວຈາກ: CRI

error: Content is protected !!