ບໍລິສັດ ອາລິອັນສ໌ ປະກັນໄພລາວ ຮ່ວມໃຈປູກຕົ້ນໄມ້ ພາຍໃຕ້ໂຄງການ e-Policy One e = One tree

ພາຍຫຼັງທີ່ ບໍລິສັດ ອາລິອັນສ໌ ປະກັນໄພລາວ ໄດ້ມີການປະຊາສໍາພັນ ກ່ຽວກັບໂຄງການ ປູກຕົ້ນໄມ້ ໃນແຄມເປນ e-Policy ພາຍໃຕ້ແອັບ My Insurance ເພື່ອໃຫ້ລູກຄ້າສະໝັກສັນຍາແບບເອເລັກໂທຣນິກ  One e – One tree ຕັ້ງແຕ່ ເດືອນ ເມສາ ເປັນຕົ້ນມາ, ເຊິ່ງເປັນການກະຕຸ້ນໃຫ້ຄົນ ລາວ ທຸກຄົນ ເຫັນຄວາມສໍາຄັນຂອງຕົ້ນໄມ້ທີ່ຖືກຕັດທໍາລາຍນໍາມາຜະລິດເປັນເຈ້ຍໃຊ້ ແລະ ສິນຄ້າປະດັບຕ່າງໆ  ທີ່ທຸກຄົນສາມາດມີສ່ວນຊ່ວຍລົດການປ່ອຍກາສເຮືອນກະຈົກ ແລະ ສ້າງສິ່ງແວດລ້ອມທີ່ດີໃຫ້ກັບປະເທດໄດ້ຢ່າງຢັ້ງຢືນ.

ນອກນັ້ນ, ເພື່ອຂັບເຄື່ອນເປົ້າໝາຍເພີ່ມພື້ນທີ່ສີຂຽວ ສ້າງສົມດຸນສິ່ງແວດລ້ອມ ລົດການປ່ອຍກາສເຮືອນກະຈົກ ແລະ ມຸ້ງໝັ້ນສ້າງຄວາມໝັ້ນຄົງຜ່ານແນວຄິດ sustainability ຈິ່ງໄດ້ເກີດແຄມເປນນີ້ຂຶ້ນມາເຊິ່ງສາມາດຂະຫຍາຍຜົນສຳເລັດບໍ່ພຽງແຕ່ລູກຄ້າເທົ່ານັ້ນ ພາຍໃນອົງກອນເອງກໍສາມາດມີສວ່ນຮ່ວມໃນກິດຈະກຳເພື່ອການພັດທະນາແບບຢັ້ງຢືນ ໂດຍສະໜັບສະໜູນໃຫ້ພະນັກງານຮ່ວມກັນປູກຕົ້ນໄມ້ນຳ.

ຫລັງຈາກທີ່ໄດ້ລວບລວມຈຳນວນສັນຍາແບບເອເລັກໂທຣນິກທັງໝົດທີ່ລູກຄ້າໄດ້ສະໝັກເປັນໄລຍະເວລາ 2 ເດືອນ, ກໍໄດ້ຮັບຜົນຕອບຮັບທີ່ດີ ແລະ ໄດ້ຈຳນວນທັງໝົດເປັນ 320 ສັນຍາ ເຊິ່ງເທົ່າກັບ ຕົ້ນໄມ້ 320ຕົ້ນ.

ດັ່ງນັ້ນ ໃນວັນທີ 01/06/2022 ເພື່ອເປັນການຊົມເຊີຍວັນປູກຕົ້ນໄມ້ແຫ່ງຊາດຄົບຮອບ 42 ປີ ບໍລິສັດ ອາລິອັນສ໌ ປະກັນໄພລາວ ຈຶ່ງໄດ້ລວບລວມຈຳນວນຕົ້ນໄມ້ທັງໝົດ 320 ຕົ້ນ ພາຍໃຕ້ໂຄງການ e-Policy One e = One tree ໄປເຮັດກິດຈະກໍາປູກຕົ້ນໄມ້ຮ່ວມກັບກົມປ່າໄມ້ທີ່ວັດ ດ່ານສູງ, ບ້ານ ນາຍາງ, ເມືອງ ນາຊາຍທອງ, ນອກນັ້ນ ຍັງສົມທົບຮ່ວມປະກອບສ່ວນນ້ຳດື່ມຈຳນວນ 50 ແກັດ, ເສື້ອ 200 ຜືນ, ຖົງພາຍຈຳນວນ 50 ຖົງ ແລະ ຄັນຮົ່ມຈໍານວນ 50 ຄັນ.  

ກິດຈະກຳ My Insurance ພາຍໃຕ້ໂຄງການ One e = One tree ຍັງຄົງສືບຕໍ່ການສະໝັກສັນຍາແບບເອເລັກໂທຣນິກ ໄປຈົນເຖິງທ້າຍປີ 2022, ມາຮ່ວມສ້າງເປັນສ່ວນໜຶ່ງໃນການຊ່ວຍກັນປ້ອງກັນສະພາວະໂລກຮ້ອນ ສ້າງສິ່ງແວດລ້ອມທີ່ດີໃຫ້ກັບປະເທດໄດ້ຢ່າງຍືນຍົງ ແລະ ລົດການປ່ອຍກາສເຮືອນກະຈົກໄປນຳກັນ.

#allianzlaos #epolicy #plantingtrees

error: Content is protected !!