ມອບເຄື່ອງບັນເທົາທຸກ ໃຫ້ແກ່ປະຊາຊົນ ບ້ານ ຫຼັງຜາ ທີ່ໄດ້ຮັບຜົນກະທົບຈາກເຫດການໄຟໄໝ້ເຮືອນ

ໃນຕອນເຊົ້າຂອງວັນທີ 31 ເດືອນພືດສະພາ ປີ 2022 ນີ້, ທ່ານ ນາງ ຈັນຄຳ ທໍຄຳເໝົາ ກຳມະການປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ຜູ້ຊີ້ນຳຂົງເຂດວັດທະນະທຳ -ສັງຄົມ, ທ່ານ ໜານລື ພູມມະຈັນ ຮອງຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ, ພ້ອມດ້ວຍທີມງານ, ໄດ້ລົງມອບເຄຶ່ອງຊ່ວຍເຫຼືອ ໃຫ້ແກ່ຄອບຄົວຂອງທ່ານ ອາຊືໃຫຍ່ ປະຊາຊົນບ້ານຫຼັງຜາ ທີ່ໄດ້ຮັບຜົນກະທົບຈາກໄຟໄໝ້ເຮືອນ, ໂດຍມີອຳນາດການປົກຄອງບ້ານ ຕະຫຼອດຮອດປະຊາຊົນພາຍໃນບ້ານດັ່ງກ່າວ ເຂົ້າຮ່ວມ.

ຕາມການໃຫ້ຂໍ້ມູນຂອງເຈົ້າໜ້າທີ ປກສ ເມືອງໃນເບື້ອງຕົ້ນໄດ້ໃຫ້ຮູ້ວ່າ: ສາເຫດຂອງການເກີດໄຟໄໝ້ເຮືອນໃນຄັ້ງນີ້, ແມ່ນຍ້ອນເກີດຈາກໄຟຟ້າລັດວົງຈອນຢູ່ພາຍໃນເຮືອນ, ໃນເວລາ 18 ໂມງຂອງວັນທີ 30 ເດືອນພືດສະພາ ປີ 2022 ນີ້,  ສຳລັບຜົນເສຍຫາຍຈາກເຫດການໄຟໄໝ້ຄັ້ງນີ້, ປະກອບມີເຮືອນໃຫຍ່ 1 ຫຼັງ, ເຮືອນຄົວ 1 ຫຼັງ, ໄມ້ລ່ຽມ 2 ຄີວ, ເຄື່ອງຈັກລົດຈັກ 15 ເຄື່ອງ, ຈັກກົບໄມ້ 3 ເຄື່ອງ, ຈັກຕັດຫຍ້າ 3 ເຄື່ອງ, ຈັກຊ່ອຍໄມ້ 1 ເຄື່ອງ, ຕູ້ຈອດເຫຼັກ 1 ໜ່ວຍ, ຕູ້ເຢັນ 1 ໜ່ວຍ, ຕູ້ໂຊ 1 ໜ່ວຍ,  ອຸປະກອນເຝີນິເຈີ, ເງິນກີບ, ເງີນຢວນ, ເຄື່່ອງໃຊ້ພາຍໃນຄົວເຮືອນ ແລະ ເຄື່ອງນຸ່ງຫົ່ມຢູ່ພາຍໃນເຮືອນ ໄດ້ຖືກໄຟໄໝ້ຢ່າງໝົດກ້ຽງ, ລວມມູນຄ່າຜົນເສຍຫາຍ ຈໍານວນ 417 ລ້ານ ກວ່າກີບ.

ໂອກາດດຽວກັນນີ້, ກໍໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃນເບື້ອງຕົ້ນ ໃຫ້ແກ່ຄອບຄົວຂອງທ່ານ ອາຊືໃຫຍ່ ເຊີງປະກອບມີ ເຂົ້າສານ 30 ກີໂລ, ຜ້າຫົ່ມ 10 ຜືນ,  ເຄື່ອງນຸ່ງຫົມ 10 ຊຸດ, ເກີບຜ້າ 7 ຄູ່, ຄຸ 1 ໜ່ວຍ, ບ່ວງ 1 ກັບ, ໝໍ້ຫນຶ້ງ 1 ໜ່ວຍ, ໝໍ້ແກງ 1 ໜ່ວຍ, ໝີ່ໄວໆ ຈໍານວນ 2  ແກັດ ແລະ ເຄື່ອງໃຊ້ທີ່ຈໍາເປັນອີກຈໍານວນໜືງ ລວມມູນຄ່າທັງໝົດປະມານ 3,200,000 ກີບ  ກ່າວມອບໂດຍທ່ານ ນາງ ຈັນຄຳ ທໍຄຳເໝົາ ກຳມະການປະຈຳພັກເມືອງ ຫົວໜ້າຄະນະຈະຕັ້ງເມືອງ ໂດຍຊ້ອງໜ້າກັບຜູ້ເຂົ້າຮ່ວມເປັນສັກຂີ່ພິຍານ, ທັງນີ້, ກໍ່ເພື່ອເປັນການບັນເທົາທຸກ ໃຫ້ແກ່ຄອບຄົວຂອງທ່ານ ອາຊືໃຫຍ່ ທັັງເປັກການໃຫ້ກໍາລັງໃຈໃນການສືບຕໍ່ພັດທະນາເສດຖະກີດຄອບຄົວໃຫ້ດີຂື້ນເທື່ອລະກ້າວ.

(​ ຂ່າວ: ຄໍາອ່ອນ ແສງອຸ່ນ ນັກຂ່າວ ເມືອງລອງ ແຂວງຫຼວງນໍ້າທາ)

error: Content is protected !!