ແຜນວຽກລັດຖະບານ ເດືອນ ມິຖຸນາ ເນັ້ນຄຸ້ມຄອງເງິນຕາ,​ ບັນຫານ້ຳມັນເຊື້ອໄຟ ແລະ​ ແກ້ໄຂໜີ້ສິນທັງພາຍໃນ ແລະ ຕ່າງປະເທດ

ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພຶດສະພາ 2022​ ເຊິ່ງໄດ້ຈັດຂຶ້ນໃນ ວັນທີ 30 ພຶດສະພາ 2022 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ ຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້ ໄດ້ວາງທິດທາງແຜນວຽກຈຸດສຸມ ເດືອນມິຖຸນາ 2022 ຈະສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດແຜນດຳເນີນງານຂອງລັດ ຖະບານ ແລະ ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ເປັນຮູບປະທຳຫຼາຍຂຶ້ນ, ໃນນັ້ນ ຈະສຸມໃສ່ການຄຸ້ມຄອງເງິນຕາ, ບັນ ຫານ້ຳມັນເຊື້ອໄຟ ໃຫ້ມີຄວາມສະຫງົບ, ແກ້ໄຂໜີ້ສິນທັງພາຍໃນ ແລະ ຕ່າງປະ ເທດ ໃຫ້ໄປຕາມແຜນທີ່ກຳນົດໄວ້ ລວມທັງ ປັບບປຸງກົນໄກການເຮັດວຽກໃຫ້ຮັດກຸມ, ສະດວກ, ວ່ອງໄວ, ທັນການ ແລະ ຮັບປະກັນປະສິດທິຜົນສູງສຸດ.

1) ສືບຕໍ່ປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຢ່າງຕັ້ງໜ້າ ທັງເພີ່ມທະວີການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ ໄປຄຽງຄູ່ກັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ເຂົ້າສູ່ລວງເລິກ ແລະ ຈັດຕັ້ງປະຕິບັດຢ່າງຈິງຈັງ.

2) ສືບຕໍ່ຈັດຕັ້ງປະຕິບັດແຜນການລົງທຶນຂອງລັດ ປີ 2022, ການດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ ໃຫ້ດີຂຶ້ນກວ່າເກົ່າ. ສືບຕໍ່ຕິດຕາມ ແລະ ຊຸກຍູ້ບັນດາໂຄງການກໍ່ສ້າງຂະໜາດໃຫຍ່ ແລະ ໂຄງການອື່ນໆ ໃຫ້ສໍາເລັດຕາມແຜນການ.

3) ສືບຕໍ່ຊຸກຍູ້ການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍຕາມທິດໃຫ້ດີຂຶ້ນ, ຄຸ້ມຄອງ ແລະ ຮັກສາສະຖຽນລະພາບທາງດ້ານເງິນຕາ ໃຫ້ມີຄວາມໝັ້ນທ່ຽງ.

4) ສືບຕໍ່ຊຸກຍູ້ການຜະລິດລະດູຝົນ ເພືີ່ອຮັບປະກັນດ້ານສະບຽງອາຫານ ໃຫ້ໄດ້ຕາມແຜນ ແລະ ສົ່ງອອກເປັນສິນຄ້າ ຕາມເງືີ່ອນໄຂຂອງແຕ່ລະທ້ອງຖິີ່ນ. ຄຸ້ມຄອງລາຄາສິນຄ້າ, ການນໍາເຂົ້າ-ສົ່ງ ອອກ ສິນຄ້າ, ການຂຸດຄົົ້ນ-ສົ່ງອອກແຮ່ທາດຕ່າງໆ ໃນຮູບແບບປົກກະຕິ ແລະ ໃນຮູບແບບທົດລອງ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີີ່ກໍານົດໄວ້.

5) ສືບຕໍ່ຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເປັນປົກກະຕິ.

6) ສືບຕໍ່ກະກຽມຄວາມພ້ອມບັນດາຫົວຂໍ້ ແລະ ຮ່າງກົດໝາຍ ເພືີ່ອສະເໜີຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 3 ຂອງສະພາແຫ່ງຊາດ ຊຸດທີ IX.

7) ສືບຕໍ່ຕິດຕາມຢ່າງໃກ້ຊິດ ຕໍ່ກັບສະ ພາບການພາກພື້ນ ແລະ ສາກົນ ໂດຍມີການວິເຄາະວິໄຈ ຢ່າງເລິກເຊິີ່ງ ກ່ຽວກັບຄວາມສ່ຽງ ແລະ ທ່າອ່ຽງຜົນກະທົບດ້ານຕ່າງໆ ຕໍ່ປະເທດເຮົາ. ສືບຕໍ່ປະຕິບັດ ແນວທາງການຕ່າງປະເທດຂອງພັກ ຢ່າງສະເໜີຕົົ້ນສະເໜີປາຍ ເພື່ອສ້າງສະພາບແວດລ້ອມເອື້ອອຳນວຍ ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ.

ໃນຕອນທ້າຍ, ທ່ານ ປະທານກອງປະຊຸມ ໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະບານ ຍົກສູງມານະຈິດຄວາມຮັບ ຜິດຊອບທາງການເມືອງ ໃນຂະແໜງການຂອງຕົນໃຫ້ດີຂຶ້ນ, ປັບປຸງການຄຸ້ມຄອງບໍລິຫານ ໃຫ້ມີລະບຽບວິໄນ ແລະ ມີປະສິດທິພາບສູງຂຶ້ນກວ່າເກົ່າ.

ຂໍ້ມູນ-ພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ.

error: Content is protected !!