ຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ ຕິດ ສະຕິກເກີ ໃສ່ລົດລັດທຸກຄັນ​

ໃນໂອກາດຳເນີນກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນ ພຶດສະພາ 2022 ໃນວັນທີ 30 ພຶດສະພາ 2022 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ດຳລັດສະບັບເລກທີ 599/ລບ ແລະ ນິຕິກຳທີ່ກ່ຽວຂ້ອງເຫັນວ່າມີຄວາມຄືບໜ້າດີສົມຄວນ ທັງນີ້ ກໍເພື່ອເປັນການຜັນຂະຫຍາຍ ບຸກທະລຸປະຕິບັດນະໂຍບາຍປະຢັດ ເພື່ອມີທຶນຮອນເຂົ້າໃສ່ການພັດທະນາ ແລະ ແກ້ໄຂຄວາມທຸກຍາກ ທັງເປັນການຄຸ້ມຄອງຊັບສິນຂອງລັດເຂົ້າສູ່ລະບຽບການ, ໃນນັ້ນ ໄດ້ສຳເລັດການອອກຄຳແນະນຳ ວ່າດ້ວຍການຈັດຕັ້ງປະຕິບັດ ດຳລັດ ວ່າດ້ວຍລົດຂອງລັດ, ປັບປຸງແບບຟອມສະຖິຕິລົດແຕ່ລະປະເພດ; ສຳເລັດການເຜີຍແຜ່ ດຳລັດ 599/ລບ ແລະ ນິຕິກໍາທີ່ກ່ຽວຂ້ອງ ໃຫ້ບັນດາກະຊວງ ແລະ ອົງ ການຈັດຕັ້ງ ພັກ-ລັດ ຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ຈໍານວນ 5 ຄັ້ງ ໂດຍການເຜີຍແຜ່ໃຫ້ບັນດາກະຊວງ ແລະ ຂະແໜງການ ແມ່ນຈັດຢູ່ນະຄອນຫຼວງ ວຽງຈັນ, ສ່ວນຢູ່ທ້ອງຖິ່ນແມ່ນຈັດຢູ່ແຂວງ ບໍລິຄໍາໄຊ, ແຂວງ ຈໍາປາສັກ, ແຂວງ ຫຼວງນໍ້າທາ ແລະ ແຂວງ ຫຼວງພະບາງ.

ການຍົກສູງປະສິດທິຜົນ ຄຸ້ມຄອງລາຍຈ່າຍງົບປະມານຂອງລັດ ດ້ວຍມາດຕະການປະຢັດມັດທະຍັດ, ຕ້ານການຟູມເຟືອຍ ແລະ ຈຳກັດລາຍຈ່າຍງົບປະມານ ທີ່ບໍ່ຈຳເປັນ ໂດຍການຄຸ້ມຄອງລົດຂອງລັດ ໃຫ້ມີຄວາມເປັນເອກະພາບລວມສູນ, ສະເໝີພາບ, ນຳໃຊ້ຖືກເປົ້າໝາຍ, ມີຄວາມໂປ່ງໃສ, ມີລະບຽບວິໄນ, ສາມາດກວດສອບໄດ້ ແລະ ສອດຄ່ອງກັບເງື່ອນໄຂຕົວຈິງຂອງປະເທດເຮົາໃນການຈັດຕັ້ງປະຕິບັດຕົວຈິງ ພາຍຫຼັງທີ່ໄດ້ສໍາເລັດກອງປະຊຸມລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໃນຄັ້ງວັນທີ 17 ພຶດສະພາ 2022 ແມ່ນສາມາດຈັດຕັ້ງປະຕິບັດໄດ້ບັນດາໜ້າວຽກ ເປັນຕົ້ນ ໄດ້ດຳເນີນການຖອນລົດປະຈໍາຕໍາແໜ່ງຈຳນວນ 10 ຄັນ ຈາກການນຳລະດັບສູງ; ພ້ອມດຽວກັນ ກໍໄດ້ຈັດສັນ, ສັບຊ້ອນ, ດຸ່ນດ່ຽງ ລົດທີ່ໄດ້ຖອນມາແລ້ວ ແລະ ທີ່ມີຢູ່ ໃຫ້ບັນດາກະຊວງ, ແລະ ອົງການຈັດຕັ້ງ ພັກ-ລັດ ທີ່ຍັງຂາດເຂີນ ຈຳນວນ 17 ຄັນ; ກະຊວງການເງິນ ໄດ້ສຳເລັດໂດຍພື້ນຖານການອອກແບບສະຕິກເກີ ລົດຮັບໃຊ້ບໍລິຫານລວມ ແລະ ລົດຮັບໃຊ້ວຽກງານວິຊາສະເພາະ ເພື່ອຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ.

ສະເພາະຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ສຳເລັດການຈັດ ຕັ້ງປະຕິບັດດຳລັດ 599/ລບ ໂດຍພື້ນຖານ ເຊິ່ງໃນນີ້ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ມີລົດເກັງຄັນດຽວ ສ່ວນລົດຈິບແມ່ນໄດ້ຖອນເຂົ້າບັນຊີລວມແລ້ວ; ຮອງລັດຖະມົນຕີ 02 ທ່ານ ໄດ້ສືບຕໍ່ນຳໃຊ້ລົດເກັງ ແຄມມະລີ 2.0, ອີກ 02 ທ່ານ ແມ່ນຍັງບໍ່ທັນມີລົດປະຈຳຕຳແໜ່ງ, ຮອງລັດຖະມົນຕີ ທັງ 04 ທ່ານ ບໍ່ມີຄົນຂັບລົດປະຈຳ ຍົກເວັ້ນກໍ ລະນີລົງທ້ອງຖິ່ນ ແມ່ນນຳໃຊ້ລົດຮັບໃຊ້ວຽກທາງລັດຖະການ ຈຶ່ງມີພະນັກງານຂັບລົດ; ໄດ້ຊຳລະສະສາງລົດປະຈຳຕຳແໜ່ງຂັ້ນກົມ 27 ຄັນ, ຂັ້ນກົມໄປວຽກທາງການ ຢູ່ສູນກາງ ແລະ ທ້ອງຖິ່ນ ແມ່ນນຳໃຊ້ລົດຮັບໃຊ້ທາງລັດຖະການປະເພດລົດຕູ້, ກະບະ, ລົດເກັງ ແລະ ລົດຈິບຂະໜາດນ້ອຍ. ນອກຈາກນັ້ນ ໄດ້ນຳໃຊ້ສະຕິເກີ ລົດຮັບໃຊ້ວຽກທາງການ ຕິດໃສ່ຈຳນວນ 10 ຄັນໃນນີ້ ມີລົດຕູ້ 05 ຄັນ, ລົດເກັງ 03 ຄັນ ແລະ ລົດກະບະ 02 ຄັນ ແລ້ວ.

ສຳລັບວຽກຈຳນວນໜຶ່ງທີ່ຕ້ອງເຮັດສຳ ເລັດ ພາຍໃນເດືອນ ມິຖຸນາ 2022 ແມ່ນຈະໄດ້ສືບຕໍ່ເກັບກໍາສະຖິຕິລົດແຕ່ລະປະ ເພດຈາກທຸກພາກສ່ວນ ທັງສູນກາງ ແລະ ທ້ອງຖິ່ນ ຢ່າງລະອຽດ ໂດຍແຕ່ງຕັ້ງທີມງານວິຊາການລົງຕິດຕາມຊຸກຍູ້ ແລະ ກວດກາຂໍ້ມູນສະຖິຕິລົດຕົວຈິງຢູ່ນຳແຕ່ລະພາກສ່ວນ; ສືບຕໍ່ຈັດສັນປະເພດລົດບໍລິຫານ ແລະ ລົດວິຊາສະເພາະ, ຖອນ, ດຸ່ນດ່ຽງ ແລະ ຊຳລະສະສາງ ລົດແຕ່ລະປະເພດຢູ່ຂັ້ນສູນກາງ. ທັງໝົດນັ້ນ ແມ່ນເພື່ອສືບຕໍ່ຈັດຕັ້ງປະຕິບັດດຳລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ ໃຫ້ສຳເລັດຕາມຄາດໝາຍທີ່ກຳນົດໄວ້ ປະກອບສ່ວນໃນການຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະ ກິດ- ການເງິນໃຫ້ເປັນຮູບປະທຳຕົວຈິງ, ປະກອບສ່ວນເຂົ້າໃນການຄຸ້ມຄອງລາຍຈ່າຍງົບປະມານຂອງລັດ ດ້ວຍມາດຕະການປະຢັດມັດທະຍັດ, ຕ້ານການຟູມເຟືອຍ ແລະ ຈຳກັດລາຍຈ່າຍງົບປະມານ ທີ່ບໍ່ຈຳເປັນ ໃນການຄຸ້ມຄອງລົດຂອງລັດ ໃຫ້ມີຄວາມເປັນເອກະພາບລວມສູນ, ສະເໝີພາບ, ນຳໃຊ້ຖືກເປົ້າໝາຍ, ມີຄວາມໂປ່ງໃສ, ມີລະບຽບວິໄນ, ສາມາດກວດສອບໄດ້ ແລະ ສອດຄ່ອງກັບເງື່ອນໄຂຕົວຈິງຂອງປະເທດເຮົາ.

ຂໍ້ມູນຂ່າວ-ພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ

error: Content is protected !!