ການທ່ອງທ່ຽວຢູ່ ນະຄອນ ຫຼວງພະບາງ ກັບມາຄຶກຄື້ນພາຍຫຼັງເປີດປະເທດ

ການທ່ອງທ່ຽວ ຢູ່ນະຄອນ ຫຼວງພະບາງ ແຂວງ ຫຼວງພະບາງ ກັບມາມີບັນຍາກາດຄຶກຄື້ນອີກຄັ້ງ ໂດຍຜ່ານເສັ້ນທາງລົດໄຟ ລາວ-ຈີນ ທີ່ສະດວກສະບາຍ ວ່ອງໄວ ປະຢັດເວລາໃນການເດີນທາງ ພາຍຫຼັງທີ່ລັດຖະບານເປີດປະເທດ ເຮັດໃຫ້ມີນັກທ່ອງທ່ຽວເຂົ້າມາທ່ອງທ່ຽວ ແຂວງ ຫຼວງພະບາງ ເປັນຈຳນວນຫຼາຍ ຜູ້ປະກອບການທຸລະກິດດີໃຈ ຊີວິດການເປັນຢູ່ດີຂຶ້ນ.

ທ່ານນາງ ຕູ່ ມິ່ງບຸບຜາ ເຈົ້າຂອງທຸລະກິດຂາຍເສື້ອຜ້າ ຊຶ່ງມີເສື້ອຜ້າຍິງ-ຊາຍ ແລະ ເສື້ອຜ້າເດັກນ້ອຍ ຮ້ານຕັ້ງຢູ່ຕະຫຼາດສວນລາດແລງ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ໄດ້ໃຫ້ສຳພາດ ໃນວັນທີ 25 ພຶດສະພາ ຜ່ານມາວ່າ: ພາຍຫຼັງທີ່ລັດຖະບານເປີດປະເທດເຮັດໃຫ້ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເດີນທາງເຂົ້າມາທ່ອງທ່ຽວນະຄອນ ຫຼວງພະບາງ ເພີ່ມຂຶ້ນຫຼາຍເທົ່າ ໂດຍຜ່ານເສັ້ນທາງລົດໄຟລາວ-ຈີນ ເຮັດໃຫ້ບັນຍາກາດການທ່ອງທ່ຽວກັບມາຄືກຄື້ນອີກຄັ້ງ, ຜູ້ປະກອບການທຸລະກິດມີຄວາມເພິ່ງພໍໃຈ ດີໃຈ ໂດຍສະເພາະໃນໄລຍະວັນສຸກ, ເສົາ, ທິດ ຈະມີນັກທ່ອງທ່ຽວເຂົ້າມາຫຼາຍ ເຮັດ​ໃຫ້ການຄ້າຂາຍດີຂຶ້ນຫຼາຍເທົ່າເມື່ອທຽບໃສ່ໃນໄລຍະທີ່ຜ່ານມາ.

ທ່ານ ວັນສະເຫຼີມ ພັກດີສັດຕະຢາກຸນ ຊຶ່ງເປັນນັກທ່ອງທ່ຽວຈາກປະເທດ ໄທ ໃຫ້ຮູ້ກ່ຽວກັບຄວາມຮູ້ສຶກທີ່ໄດ້ມາທ່ອງທ່ຽວ ແຂວງ ຫຼວງພະບາງ ວ່າ: ພາຍຫຼັງຮູ້ຂ່າວວ່າ ລາວ ເປີດປະເທດ ແລະ ໂຄງການລົດໄຟ ລາວ-ຈີນກໍເປີດໃຫ້ບໍລິການ ຢ່າງເປັນທາງການ ກໍເລີຍຢາກມາລອງຂີ່ລົດໄຟຖືໂອກາດນີ້ທ່ອງທ່ຽວໄປນໍາ ຊຶ່ງການເດີນທາງດ້ວຍລົດໄຟ ລາວ-ຈີນ ມີຄວາມສະດວກສະບາຍ, ວ່ອງ ໄວ, ສະອາດ, ພະນັກງານຕ້ອນຮັບຢູ່ລົດໄຟກໍໜ້າຮັກ. ເປົ້າໝາຍການເດີນທາງມາທ່ອງທ່ຽວ ນະຄອນ ຫຼວງພະບາງ ຊຶ່ງເປັນນະຄອນເກົ່າແກ່ທາງດ້ານວັດທະນະທຳ, ກ່ອນໜ້ານີ້ເປັນເວລາ 10 ປີ ເຄີຍມາທ່ຽວ ເມືອງ ຫຼວງພະບາງ ຍ້ອນຄວາມປະທັບໃຈ ມາແລ້ວຢາກກັບຄືນມາທ່ຽວອີກຄັ້ງໜຶ່ງ.

ທ່ານກ່າວໃຫ້ຮູ້ຕື່ມອີກວ່າ: ແຜນການທ່ອງທ່ຽວຄັ້ງນີ້, ນອກຈາກທ່ຽວຢູ່ ນະຄອນ ຫຼວງພະບາງ ແລ້ວ ຍັງກັບມາທ່ຽວຢູ່ ເມືອງ ວັງວຽງ ແລະ ນະຄອນຫຼວງ ວຽງຈັນ ອີກ.

ຂໍ້ມູນຂ່າວ ແລະ ພາບ: ພູວັນ

error: Content is protected !!