Alice Sombath ນັກເຕະດາວຮຸ່ງເຊື້ອສາຍລາວ ທີ່ໜ້າຈັບຕາເບິ່ງທີ່ສຸດໃນປີ 2022

ອາລິດ ສົມບັດ (Alice Sombath) ກອງຫຼັງທີມຊາດ ຝຣັ່ງ ເຊື້ອສາຍ ລາວ ອາຍຸ 18 ປີ ລົງສະໜາມນຳທັບ ໂອລິມປິກ ລີຢົງ ຈາກ ຝຣັ່ງ ເອົາຊະນະ ບາເຊໂລນາ ຈາກສະເປນ 3-1 ຄວ້າແຊ້ມ UEFA Women’s Champion league 2021-2022 ຫຼືສະໂມສອນບານເຕະຍິງ  ຢູໂຣບ ໃນລະດູການນີ້.

ປະຫວັດສ່ວນຕົວຂອງ “ອາລິດ ສົມບັດ” ເກີດໃນຄອບຄົວຄົນ ລາວ ທີ່ຕັ້ງຖິ່ນຖານຢູ່ປະເທດ ຝຣັ່ງ. ເປັນຄົນຮັກ ແລະ ມັກກິລາບານເຕະ. ກ່ອນ​ທີ່​ຈະ​ໄປ​ຝຶກ​ຊ້ອມ​ກິລາບານເຕະກັບ ອາເກວ, ປາຣີ FC, ປາຣີ ແຊງ​ແຊກ​ແມງ ​ແລະ ລີ​ຢົງ ຕາມ​ລຳດັບ, ແລະ ໄດ້ຮັບສັນຍາອາຊີບເຕັມຕົວກັບສະໂມສອນ​ໂອ​ລິ​ມປິກ ລີຢົງ ​ໃນ​ປັດຈຸບັນ

ກັບທີມຊາດຝຣັ່ງ “ນ້ອງ ອາລິດ ” ເຄີຍຕິດທີມຊາດ U-16,17,19 ແລະ U19 ໃນປັດຈຸບັນ

ປີນີ້ ອາລິດ ໄດ້ຖືກວາລະສານ GOAL ຍົກໃຫ້ເປັນໜຶ່ງໃນຜູ້ຫຼິ້ນ ດາວຮຸ່ງຍິງ ທີ່ໜ້າຈັບຕາເບິ່ງໃນປີທີ່ສຸດໃນປີ 2022.

ທີ່ມາ : MrFootballAEC

error: Content is protected !!