ປະຊາຊົນ ບ້ານ ບວມອໍ້ ເມືອງ ຊຽງເງິນ ພໍໃຈກັບບ່ອນຢູ່ໃໝ່ທີ່ໂຄງການລົດໄຟລາວ-ຈີນ ຈັດສັນໃຫ້

ປະຊາຊົນ ບ້ານ ບວມອໍ້, ເມືອງ ຊຽງເງິນ, ແຂວງ ຫລວງພະບາງ ຫລາຍກວ່າ 430 ຄົນ, ມີຄວາມເພິ່ງພໍໃຈຕໍ່ທີ່ຢູ່ຖາ ວອນໃໝ່ທີ່ໂຄງການລົດໄຟ ລາວ-ຈີນ ຈັດສັນໃຫ້ ພາຍຫລັງທີ່ໄດ້ເຂົ້າອາໃສຢູ່ນັບແຕ່ທ້າຍປີ 2021 ເປັນຕົ້ນມາ.

ທ່ານ ຊຽງຮັກ ທໍາມະວົງ, ຮອງນາຍບ້ານບວມອໍ້ ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 25 ພຶດສະພາ 2022 ວ່າ: ບວມອໍ້ ເປັນບ້ານທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟທະລຸຜ່ານໝົດບ້ານ ເຮັດໃຫ້ມີຄວາມຈໍາເປັນຕ້ອງໄດ້ຍັບຍ້າຍໄປຢູ່ບ່ອນໃໝ່ທີ່ທາງໂຄງການຈັດສັນໃຫ້ ແຕ່ຍັງນອນຢູ່ໃນຂອບເຂດເນື້ອທີ່ຂອງບ້ານບວມອໍ້ ຄືເກົ່າ ແລະ ຫ່າງກັນກັບບ້ານເກົ່າປະມານ 1 ກິໂລແມັດ. ພາຍໃນບ້ານມີທັງໝົດ 102 ຄອບຄົວ, ພົນລະເມືອງທັງໝົດ 438 ຄົນ, ຍິງ 228 ຄົນ ໄດ້ຍົບຍ້າຍໄປຢູ່ບ້ານຈັດສັນໃໝ່ ເຊິ່ງມີທັງໝົດ 107 ຫລັງຄາເຮືອນ (ສະເພາະບ້ານບວມອໍ້ 103 ຫລັງຄາ ແລະ ປະຊາຊົນບ້ານສົ້ນຫລວງ ທີ່ໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວໄດ້ຍົກຍ້າຍມາຢູ່ນຳ 4 ຫລັງຄາ). ຢູ່ບ້ານຈັດສັນໃໝ່ ທາໂຄງການໄດ້ກໍ່ເຮືອນ ແລະ ສິ່ງອຳນວຍຄວາມສະດວກ ເປັນຕົ້ນ: ຖະໜົນຖົນທາງ, ໂຮງ ຮຽນ, ສຸກສາລາ, ລະບົບນ້ຳລິນ, ລະບົບໄຟຟ້າ ແລະ ອື່ນໆ ໂດຍໄດ້ຈັດສັນເນື້ອທີ່ປຸກສ້າງໃຫ້ຄອບຄົວລະ 20×30 ແມັດ, ສ່ວນຮູບແບບໂຄງສ້າງຂອງເຮືອນ ແບ່ງເປັນປະເພດ 1,2,3 ຄື: ເຮືອນ 2 ຊັ້ນ, ເຮືອນວິນລາ 8×11 ແມັດ ແລະ ເຮືອນວິນລາ 4×8 ແມັດ, ມີໄລຍະເວລາຄໍ້າປະກັນ 2 ປີ. ການຈັດສັນເຮືອນໃຫ້ແຕ່ລະຄອບຄົວ ແມ່ນອີງຕາມຖານະ ຫລື ຮູບແບບຂອງເຮືອນທີ່ແຕ່ລະຄອບຄົວເຄີຍມີໃນບ້ານເກົ່າ, ສ່ວນເນື້ອທີ່ທຳການຜະລິດ ຍັງສາມາດໄປເຮັດການຜະລິດຢູ່ບ່ອນເກົ່າໄດ້ເປັນປົກກະຕິ.

ທ່ານ ຊຽງຮັກ ທໍາມະວົງ ໄດ້ຢືນຢັນວ່າ: ພາຍຫລັງຍັບຍ້າຍອອກຈາກບ່ອນເກົ່າມາຢູ່ບ້ານຈັດສັນໃໝ່ ເຫັນວ່າປະ ຊາຊົນມີຄວາມພໍໃຈ ແລະ ມີຊີວິດການເປັນຢູ່ດີຂຶ້ນກວ່າເກົ່າ ຍ້ອນສິ່ງອຳນວຍຄວາມສະດວກຕ່າງໆ ເປັນຕົ້ນ: ຖະ ໝົນຫົນທາງທີ່ດີຂຶ້ນ, ການເດີນທາງໄປມາສະດວກສະ ບາຍ, ມີເຮືອນຢູ່ທີ່ແໜ້ນໜາຖາວອນ ແລະ ງາມກວ່າເກົ່າ. ຢ່າງໃດກໍຕາມ, ຜ່ານການມາຢູ່ອາໃສໄດ້ 5 ເດືອນກວ່າ ສິ່ງທີ່ປະຊາຊົນສະເໜີມາຍັງໂຄງການກໍ່ສ້າງທາງລົດໄຟລາວ -ຈີນ ແມ່ນການກໍ່ສ້າງກັນເຈື່ອນຢູ່ບາງຈຸດຂອງບ້ານທີ່ເຫັນວ່າຍັງບໍ່ທັນຮັບປະກັນເທົ່າທີ່ຄວນ ເນື່ອງຈາກພື້ນທີ່ຂອງບ້ານ ເປັນເນື້ອທີ່ດິນທີ່ບຸກເບີກໃໝ່ ເຮັດໃຫ້ມີຄວາມສ່ຽງທີ່ຈະເກີດການເຊາະເຈື່ອນທີ່ຈະສ້າງຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນໃນຕໍ່ໜ້າ ເພາະໄລຍະຜ່ານມາມີເຮືອນບາງຫລັງແຕກແຫງ ແລະ ດິນເຊາະເຈື່ອນ ແຕ່ທາງໂຄງການໄດ້ເຂົ້າໄປແກ້ໄຂຮຽບຮ້ອຍແລ້ວ.

ຂໍ້ມູນຂ່າວ: ມົດແດງນ້ອຍ

ພາບ: ຈັນທະວອນ

error: Content is protected !!