ວັນປູກຕົ້ນໄມ້ແຫ່ງຊາດປີນີ້ ນະຄອນຫລວງ ວຽງຈັນ ວາງແຜນປູກຕົ້ນໄມ້ໃຫ້ໄດ້ 400 ກວ່າເຮັກຕາ

ປີນີ້ ນະຄອນຫລວງ ວຽງຈັນ ວາງແຜນປູກຕົ້ນໄມ້ໃຫ້ໄດ້ໃນເນື້ອທີ່ 400 ກວ່າເຮັກຕາ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ໂດຍເນັ້ນໜັກໃສ່ປະເພດໄມ້ປະດັບ ແລະ ໄມ້ເສດຖະກິດທີ່ຕະຫລາດມີຄວາມຕ້ອງການສູງ.

ທ່ານ ສີເມືອງ ສຸດທິວົງນໍລາດ, ຫົວໜ້າຂະແໜງປ່າໄມ້ ພະແນກກະສິກໍາ ແລະປ່າໄມ້ນະຄອນຫລວງ ວຽງຈັນ ໃຫ້ສໍາພາດວ່າ: ໃນຈໍານວນເນື້ອທີ່ 400 ເຮັກຕາ ຈະສຸມໃສ່ປູກໄມ້ປະດັບຕາມແຄມທາງສວນສາທາລະນະ 5 ເຮັກຕາ, ໄມ້ເສດຖະກິດທີ່ຕະຫລາດຕ້ອງການເພື່ອເປັນສິນຄ້າ 300 ເຮັກຕາ ແລະ ຟື້ນຟູປ່າຊຸດໂຊມ 100 ເຮັກຕາ ໂດຍມອບໃຫ້ 5 ຕົວເມືອງນອກ ທີ່ມີເນື້ອທີ່ປ່າໄມ້ກວມອັດຕາສ່ວນຫລາຍເປັນຜູ້ຈັດຕັ້ງປະຕິບັດເຊັ່ນ: ເມືອງ ສັງທອງ, ປາກງື່ມ, ໄຊທານີ, ຫາດຊາຍຟອງ ແລະ ເມືອງ ນາຊາຍທອງ ມາຮອດປັດຈຸບັນ ການກະກຽມເບັ້ຍໄມ້ຕ່າງໆສໍາເລັດເກືອບ 100 ສ່ວນຮ້ອຍແລ້ວ.

ທ່ານ ສີເມືອງ ສຸດທິວົງນໍລາດ ໃຫ້ຮູ້ຕື່ມວ່າ: ສໍາລັບການສະເຫລີມສະຫລອງວັນປູກຕົ້ນໄມ້ແຫ່ງຊາດໃນປີນີ້ ຈະສຸມໃສ່ຈັດຕັ້ງປະຕິບັດນະໂຍບາຍ ສ ສີຂຽວຂອງນະຄອນຫລວງ ວຽງຈັນ ແລະ ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ ໃຫ້ມີປະສິດທິຜົນສູງຕາມຄໍາຂັວນ ປຸກຂະບວນການສີຂຽວ ເພື່ອສະເຫລີມສະຫລອງວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2022 ໂດຍສຸມໃສ່ພັດທະນາເສັ້ນທາງເລກທີ 11 ເໜືອ ແລະເສັ້ນທາງດອນກອຍ, ໜອງໄຮ ແລະເສັ້ນທາງຕັດໃໝ່ບ້ານຫ້ວຍຫົງຫາ ໂຮງໝໍ ແມ່ ແລະ ເດັກ ເປັນເສັ້ນທາງສີຂຽວ, ສ້າງສໍານັກງານ, ຫ້ອງການ, ໂຮງແຮມ, ໂຮງຮຽນ, ວັດສີຂຽວ ລວມເຖິງການປົກປັກຮັກສາປ່າທຳມະຊາດ, ປ່າສະຫງວນ.

error: Content is protected !!