ດ່ານພາສີສາກົນ ບໍ່ເຕ່ນ ເປີດນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ

ແຫລ່ງຂ່າວຈາກ ແຂວງ ຫລວງນໍ້າທາ ໃຫ້ຮູ້ວ່າ: ດ່ານພາສີສາກົນບໍ່ເຕ່ນ ແຂວງຫລວງນໍ້າທາ ເປີດນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ ເຂົ້າສູ່ການຄຸ້ມຄອງນໍາເຂົ້າ-ສົ່ງອອກສິນຄ້າ ຢ່າງເປັນທາງການ ໃນວັນທີ 23 ພຶດສະພາ ຜ່ານມາ.

ໂອກາດນີ້, ທ່ານ ແອນໂທນີ ຄໍາພາ ຜູ້ຈັດການບໍລິສັດ ບີແວັກລາວ ໄດ້ຜ່ານບົດແນະນໍາ ວ່າດ້ວຍການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ ເຂົ້າສູ່ການຄຸ້ມຄອງນໍາເຂົ້າ-ສົ່ງອອກ ທີ່ດ່ານພາສີສາກົນບໍ່ເຕ່ນ ແຂວງຫລວງນໍ້າທາ ແລະ ແຈ້ງການກົມພາສີ ປະຈໍາແຂວງຫລວງນໍ້າທາ ເຊິ່ງເຮັດໃຫ້ຂະແໜງການພາກລັດ ແລະ ພາກທຸລະກິດ ທີ່ກ່ຽວກັບການນໍາເຂົ້າ, ສົ່ງອອກ ແລະ ການຂົນສົ່ງສິນຄ້າຜ່ານແດນ ດໍາເນີນຂັ້ນຕອນການຂໍອະນຸຍາດ ແລະ ການອອກໃບອະນຸຍາດ ຕາມລະບຽບກົດໝາຍຂອງແຕ່ລະຂະແໝງ ການທີ່ກ່ຽວຂ້ອງ ໃຫ້ຖືກຕ້ອງຕາມລະບຽບການ. ທັງນີ້, ກໍເພື່ອເປັນການອອກໃບອະນຸຍາດ ແບບເອເລັກໂຕຣນິກ ຂອງກົມນໍາເຂົ້າ ແລະ ສົ່ງອອກ ໂດຍຈັດຕັ້ງປະຕິບັດຢ່າງມີສະຖຽນລະພາບ, ເພີ່ມທະວີການອໍານວຍຄວາມສະດວກ ທາງດ້ານການຄ້າໃຫ້ຫັນເປັນທັນສະໄໝ.

ພອມກັນນີ້, ທ່ານ ນາງ ອິນທະສອນ ໄຊຍະນາສີ ຜູ້ປະສານງານລະບົບແຈ້ງພາສີປະຕູດຽວ ຍັງໄດ້ໃຫ້ຮູ້ເຖິງຂັ້ນຕອນການແຈ້ງສິນຄ້າຜ່ານແດນ ໃຫ້ຂະແໜງການທີ່ກ່ຽວ ຂ້ອງໃຫ້ວ່ອງໄວ ແລະ ດີຂຶ້ນ ໂດຍໄດ້ຮຽກຮ້ອງໃຫ້ທຸກພາກສ່ວນນຳໃຊ້ ລະບົບແຈ້ງພາສີປະຕູດຽວ ເພື່ອພັດທະນາລະບົບດັ່ງກ່າວ, ສໍາເລັດຕາມແຜນການ ແລະ ສາມາດຮັບໃຊ້ວຽກງານ ວິຊາສະເພາະຂອງແຕ່ລະຂະແໜງການລັດ ແລະ ບັນດາຜູ້ປກອບການນໍາເຂົ້າ ສົ່ງອອກສິນຄ້າທີ່ກ່ຽວຂ້ອງ ຢ່າງມີປະສິດທິຜົນສູງສຸດ.

ຂໍ້ມູນຂ່າວ: ມຸນຕີ

error: Content is protected !!