ປຶກ​ສາຫາລື ການພັດທະນາທຸລະກິດເພື່ອເລັ່ງ​ຟື້ນ​ຟູ ​ຜົນ​ກະ​ທົບຈາກ ໂຄວິດ-19

ພາກລັດ ແລະ ເອກະຊົນ ຮ່ວມກັບຄູ່ຮ່ວມພັດທະນາ ແລະ ພາກສ່ວນກ່ຽວຂ້ອງໄດ້ຮ່ວມກັນຈັດ​ກອງ​ປະ​ຊຸມປຶກສາຫາລືແບບເປີດກວ້າງ ກ່ຽວກັບການພັດທະນາທຸລະກິດ ເພື່ອເລັ່ງການຟື້ນຟູຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂຄວິດ-19 ໂດຍໄດ້ປຶກສາຫາລືເຖິງບັນຫາຕ່າງໆທີ່ກະທົບຕໍ່ບັນດາຫົວໜ່ວຍທຸລະກິດ ລວມທັງສະພາບແວດລ້ອມດ້ານການຄຸ້ມຄອງ ແລະ ບັນດາມາດຕະການແກ້ໄຂ.

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 23 ພຶດສະພາ ນີ້ ທີ່ນະຄອນຫຼວງ ວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ທ່ານ ນາງ ໂຊໂນມິ ທະນາກະ ຜູ້ຕາງໜ້າ ທະນາຄານພັດທະນາອາຊີ (ADB) ປະຈຳ ສປປ ລາວ ແລະ ປະທານຮ່ວມທາງອອນລາຍ ມີ ທ່ານ ຣາເມັດ ສຸບຣາມານຽມ ຫົວໜ້າກົມອາຊີຕາເວັນອອກສຽງໃຕ້ຂອງ ADB.

ທ່ານ ມະໂນທອງ ວົງໄຊ ກ່າວວ່າ: ການສົນທະນາປຶກສາຫາລືຄັ້ງນີ້ ຈະສາມາດຊ່ວຍຊຸກຍູ້ການນໍາເຂົ້າ ແລະ ການເພີ່ມຂຶ້ນຂອງຈຳນວນວິສາຫະກິດຢ່າງມີປະສິດທິພາບ; ພ້ອມກັນນັ້ນ, ກໍເພື່ອເປັນການເລັ່ງລັດການຟື້ນຕົວທາງດ້ານເສດຖະກິດຂອງ ລາວ ຈາກການລະບາດຂອງພະຍາດ ໂຄວິດ-19 ຊຶ່ງການສົນທະນາລະຫວ່າງບັນດາພາກສ່ວນກ່ຽວຂ້ອງ ມີທັງລະດັບຊາດ ແລະ ລະດັບທ້ອງຖິ່ນ ແມ່ນມີຄວາມສຳຄັນ ເພາະມັນໃຫ້ຄວາມເຂົ້າໃຈເຖິງສິ່ງທີ່ສຳຄັນຕໍ່ການປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ. ການສົນທະນາເປີດກວ້າງນີ້ ໄດ້ປຶກສາຫາລືເຖິງບັນຫາຕ່າງໆທີ່ກະທົບຕໍ່ບັນດາຫົວໜ່ວຍທຸລະກິດຂອງພາກເອກະຊົນ, ໃນນັ້ນລວມມີ ສະພາບແວດລ້ອມທາງດ້ານລະບຽບການຄຸ້ມຄອງ; ພ້ອມທັງ, ການກຳນົດບັນດາມາດຕະການແກ້ໄຂອັນຕົ້ນຕໍ ແລະ ບັນດາຂົງເຂດ ເພື່ອປັບປຸງ. ນອກນີ້, ກໍຍັງເນັ້ນໜັກເຖິງຄວາມສຳຄັນຂອງການປັບປຸງຂອງພາກລັດ ເປັນຕົ້ນແມ່ນໄດ້ຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 02/ນຍ ປີ 2018 ວ່າດ້ວຍການປັບປຸງການຂຶ້ນທະບຽນວິສາຫະກິດ ດ້ວຍການໃຫ້ເລກປະຈຳຕົວຜູ້ເສຍອາກອນ ແລະ ໃບທະບຽນວິສາຫະກິດໄປພ້ອມໆກັນ ຊຶ່ງການປະຕິບັດຄຳສັ່ງນີ້ ໄດ້ຊ່ວຍຫຼຸດຄ່າໃຊ້ຈ່າຍ ແລະ ເວລາຂອງການດໍາເນີນການລົງທະບຽນວິສາຫະກິດລົງໄດ້ເຖິງ 1\3.

ທ່ານ ນາງ ໂຊໂນມິ ທະນາກະ ກ່າວວ່າ: ການພັດທະນາວິສາຫະກິດ ແລະ ພາກເອກະຊົນຂອງລັດຖະບານ ຜ່ານການສົນທະນາປຶກສາຫາລື ຈະຕ້ອງມີກົນໄກທີ່ສອດຄ່ອງ ໂດຍເປີດໂອກາດໃຫ້ບັນດາຜູ້ເຂົ້າຮ່ວມມີສ່ວນຮ່ວມ ແບ່ງປັນໃຫ້ຮູ້ເຖິງຄວາມກັງວົນ ແລະ ບັນຫາຕ່າງໆ ເພື່ອຈະມີຂໍ້ມູນທີ່ນໍາເຂົ້າໄປສູ່ການສ້າງນະໂຍບາຍ ແລະ ການຈັດຕັ້ງປະຕິບັດໄດ້ມີຄຸນນະພາບ.

ໃນກອງປະຊຸມຄັ້ງນີ້, ຍັງໄດ້ສະເໜີບົດລາຍງານການສ້າງສິ່ງອຳນວຍຄວາມສະດວກດ້ານການຄ້າ ແລະ ການລົງທຶນຂັ້ນແຂວງ ທີ່ເປັນບົດລາຍງານຮ່ວມລະຫວ່າງ ສະພາການຄ້າ ແລະ ອຸດສາຫະ ກຳ ແຫ່ງຊາດລາວ ແລະ ADB ທີ່ໄດ້ຮັບການສະໜັບສະໜູນຈາກກອງທຶນຫຼຸດຜ່ອນຄວາມທຸກຍາກ ແລະ ການຮ່ວມມືພາກພື້ນຂອງ ສປ ຈີນ ຊຶ່ງບົດລາຍງານໄດ້ເປີດເຜີຍໃນວັນທີ 31 ມີນາ ຜ່ານມາ ບາງຕອນ​ລະ​ບຸວ່າ: ວິສາຫະກິດທີ່ດຳເນີນໂດຍແມ່ຍິງໃນ ສປປ ລາວ ປະເຊີນກັບສິ່ງທ້າທາຍຫຼາຍຂຶ້ນກວ່າເກົ່າ ໃນການເຂົ້າເຖິງຂໍ້ມູນຂ່າວສານທາງທຸລະກິດທີ່ສຳຄັນ ແລະ ປະມານ 30% ຂອງທຸລະກິດທີ່ດໍາເນີນໂດຍແມ່ຍິງ ໄດ້ເຂົ້າເຖິງຂັ້ນຕອນ ແລະ ຮູບແບບການປະສານງານກັບລັດຖະບານ ຫຼື ເຂົ້າເຖິງຂໍ້ມູນຂ່າວສານ ກ່ຽວກັບໂອກາດໃນ​ດ້ານຈັດຊື້-ຈັດຈ້າງຂອງພາກລັດ.

(ຂໍ້ມູນຂ່າວ-ພາບ: ສຸກສະຫວັນ)

error: Content is protected !!