ຂົນສົ່ງ ໄທ ກຽມເປີດລົດໂດຍສານ ລະຫວ່າງປະເທດ ໄທ-ລາວ ເພື່ອຟື້ນຟູເສດຖະກິດ

ອະທິການບໍດີກົມການຂົນສົ່ງທາງບົກ ໄດ້ເວົ້າວ່າ: ຫຼັງຈາກທີ່ ລາວ ເປີດປະເທດຢ່າງເຕັມຮູບແບບ ແລະ ເປີດຊາຍແດນລະຫວ່າງປະເທດ ເຮັດໃຫ້ມີການປົດລັອກດ້ານການເດີນທາງດ້ວຍລະບົບຂົນສົ່ງສາທາລະນະ ແລະ ການຂົນສົ່ງສິນຄ້າບໍລິເວນຊາຍແດນເພີ່ມຫຼາຍຂຶ້ນ, ໃນວັນທີ 1 ມິຖຸນາ ນີ້ ຈະມີການປະຊູມກັບຂົນສົ່ງທາງ ສປປ ລາວ ເພື່ອຕຽມຄວາມພ້ອມໃນການກັບມາເປີດລົດໂດຍສານ ເສັ້ນທາງລະຫວ່າງໄທ-ລາວ ໂດຍມີຄື: ເສັ້ນທາງໜອງຄາຍ-ວຽງຈັນ, ອຸດອນທານີ-ວຽງຈັນ ແລະ ອຸບົນລາຊະທານີ-ປາກເຊ.

ເນື່ອງຈາກໄດ້ຢຸດໃຫ້ບໍລິການເປັນເວລາ 2-3 ປີແລ້ວ ຖ້າມີການເປີດບໍລິການ ຕ້ອງໄດ້ກຳນົດເສັ້ນທາງທີ່ຈະເປີດໃຫ້ຊັດເຈນ ລວມທັງວັນເວລາທີ່ເປີດບໍລິການ ມາດຕະການເງື່ອນໄຂລົດໂດຍສານພາຍໃຕ້ການປະຕິບັດຕາມມາດຕະການປ້ອງກັນ ໂຄວິດ-19.

ແຫຼ່ງຂ່າວຈາກ https://www.dailynews.co.th/news/1052113/,ໂທລະໂຄ່ງ.


error: Content is protected !!