ແຈ້ງເຕືອນ! ລະວັງຝົນຕົກໜັກ ຟ້າຮ້ອງ ຟ້າເຫລື້ອມ ແລະ ລົມພັດແຮງ ປະຈໍາວັນທີ 23 ພຶດສະພາ 2022

ຮ່ອງຄວາມກົດດັນອາກາດຕໍ່າ ຫລື ຮ່ອງຝົນ ໄດ້ສືບຕໍ່ພາດຜ່ານເຂດ ພາກເໜືອ ຂອງ ປະເທດ ລາວ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ ທີ່ມີ ກໍາລັງປານກາງປັກຄຸມ, ເຊິ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກປານກາງ ຫາ ໜັກຢູ່ບາງ ທ້ອງຖິ່ນ ແຂວງພາກເໜືອ ແລະ ພາກກາງ ພ້ອມມີລົມພັດແຮງເປັນບາງ ໂອກາດ. ດັ່ງນັ້ນ ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດ ການປົກຄອງທຸກພາກສ່ວນ ທີ່ອາໃສຢູ່ບັນດາແຂວງພາກເໜືອ ແລະ ພາກກາງ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກຕິດຕໍ່ກັນ ຫລາຍວັນ ທີ່ຈະເຮັດໃຫ້ມີດິນເຈື່ອນ ແລະ ນໍ້າຖ້ວມຊຸ ເກີດຂຶ້ນໄດ້ຢູ່ ບາງທ້ອງຖິ່ນ.

ພະຍາກອນອາກາດ ແຕ່ເວລາ 7:00 ໂມງຂອງວັນທີ 23/5/2022 ເຖິງ ເວລາ 7:00 ໂມງ ວັນທີ 24/5/2022

– ພາກເໜືອດ້ານຕາເວັນອອກ (ແຂວ ງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບ ທົ່ວໄປ ແລະ ຕົກປານກາງ ຫາໜັກຢູ່ບາງທ້ອງຖິ່ນ ແຂວງ ຫົວພັນ ແລະ ຊຽງຂວາງ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 19-29 ອົງສາ.

– ພາກເໜືອດ້ານຕາເວັນຕົກ (ແຂວງ ຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີ ລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງຫລວງນໍ້າທາ ແລະ ບໍ່ແກ້ວ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມໃນ ລະຫວ່າງ 24-33 ອົງສາ.

– ນະຄອນຫລວງ ວຽງຈັນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບ ຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ ຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 24-33 ອົງສາ.

– ພາກກາງ (ແຂວງ ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກ ປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງ ວຽງຈັນ, ບໍລິຄໍາໄຊ ແລະ ຄໍາມ່ວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 80% ຂອງພາກ. ອຸນຫະພູມໃນລະຫວ່າງ 21-32 ອົງສາ.

– ແຂວງ ໄຊສົມບູນ: ມີຝົນຕົກໃນລະດັບປານກາງ ຫາ ຕົກໜັກ. ອຸນຫະພູມໃນລະຫວ່າງ 16-24 ອົງສາ.

– ພາກໃຕ້ (ແຂວງ ສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງສາລະວັນ ແລະ ຈໍາປາສັກ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 22-33 ອົງສາ.

– ເຂດພູພຽງບໍລະເວນ: ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ. ອຸນຫະພູມໃນລະຫວ່າງ 15-27 ອົງສາ.

error: Content is protected !!