ຈີນ ສ້າງສະຖານີໄຟຟ້າພະລັງງານນ້ຳ ຂະໜາດໃຫຍ່ອັນ​ດັບ 2 ຂອງ​ໂລກ ສຳເລັດ

ຕາມ​ຂ່າວ​ຈາກ ​ຊິນ​ຮວາ​ ຂອງ ​ຈີນ,ວັນ​ທີ 21​ ພຶດສະພາ​ນີ້ ວ່າ, ສະຖານີ​ໄຟຟ້າພະລັງງານ​ນ້ຳ ​ໄປ໋​ເຮີ​ທານ(Baihetan) ທາງ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ຂອງ​ ຈີນ ​ເປີດ​ເຜີຍ​ວ່າ: ການ​ກໍ່ສ້າງໜ່ວຍ​ຜະລິດ​ໄຟຟ້າ​ທັງ​ໝົດ ​ຂອງ​ສະຖານີ ສຳ​ເລັດ​ແລ້ວ ຊຶ່ງ​ນັບ​ເປັນ​ກ້າວ​ສຳຄັນສູ່​ການ​ເປີດປະຕິບັດ​ງານ ​ຢ່າງ​ເຕັມ​ຮູບ​ແບບ ພາຍ​ໃນ​ທ້າຍ​ປີ​ນີ້ ຈະ​ເຮັດ​ໃຫ້ ​ໄປ໋​ເຮີ​ທານ ​ເປັນ​ສະຖານີ​ໄຟຟ້າພະລັງງານ​ນ້ຳ​ຂະໜາດ​ໃຫຍ່ ອັນ​ດັບ 2 ຂອງ​ໂລກ ​ໃນ​ດ້ານ​ກຳລັງ​ ການ​ຜະລິດຕິດຕັ້ງ ທັງ​ໝົດ ​ແລະ ​ເປັນ​ຮອງ​ພຽງ​ໂຄງການ ​ເຂື່ອນ​ສາມ​ຫລ່ຽມ​ພູໃນ​ແຂວງ ​ຫູ​ເປີ​ຍ ທາງ​ພາກ​ກາງ ຂອງ ​ຈີນ.

ສະຖານີ​ໄຟຟ້າພະລັງງານ​ນ້ຳ​ດັ່ງກ່າວຕັ້ງຢູ່​ເທິງ ​ແມ່​ນ້ຳ​ ຈິນຊາ (Jinsha) ຊຶ່ງ​ເປັນ​ຢາງ​ຊີ (Yangtze) ທາງ​ຕາ​ເວັນ​ຕົກ ​ສ່ຽງ​ໃຕ້​ຂອງ​ຈີນ ​ແລະ ຢູ່​ບໍລິ​ເວນຈຸດ​ເຊື່ອມ​ຕໍ່ລະຫວ່າງ ​ແຂວງ ​ວິນ​ໜານ (ຢູນນານ) ​ແລະ ​ແຂວງ ​ຊື່​ຊວນ (​ເສ​ສວນ) ​ໂດຍ​ມີກຳລັງການ​ຜະລິດ 1 ລ້ານ​ກິ​ໂລ​ວັດ ຊຶ່ງ​ນັບ​ເປັນ​ກຳລັງ​ການ​ຜະລິດໜ່ວຍ​ດຽວ ຂະໜາດ​ໃຫຍ່​ທີ່​ສຸດ ​ໃນ​ໂລກ.

ສຳລັບໜ່ວຍ​ຜະລິດໄຟຟ້າ 7 ໜ່ວຍ​ຈາກ 16 ໜ່ວຍ ຖືກ​ເປີດ​ໃຊ້​ງານ​ແລ້ວ ​ໂດຍ​ສະຖານີໄຟຟ້າ​ພະລັງງານ​ນ້ຳ​ ໄປ໋​ເຮີ​ທານ ຜະລິດ​ໄຟຟ້າ ຫລາຍ​ກວ່າ 2.65 ຕື້ ກິ​ໂລ​ວັດ​ໂມງ ຕັ້ງ​ແຕ່ເດືອນ ​ມິຖຸນາ​ ປີ​ກາຍ​ນີ້. ຂະນະ​ທີ່ໄຟຟ້າ​ ທີ່​ຜະລິດໂດຍ​ໜ່ວຍຜະລິດໄຟຟ້າຂອງ​ສະຖານີ 1 ໜ່ວຍ ພຽງພໍຕໍ່​ການໃຊ້​ງານ 1 ​ເດືອນ ສຳລັບ​ປະຊາກອນ 500,000 ຄົນ.

ສະຖານີ​ໄຟຟ້າ​ພະລັງງານ​ນ້ຳ ດັ່ງກ່າວ ຈະ​ຜະລິດ​ໄຟຟ້າ ສະ​ເລ່ຍຫລາຍ​ກວ່າ 6.24​ ຕື້​ກິ​ໂລ​ວັດ​ໂມງ​ຕໍ່​ປີ ​ເມື່ອ​ເປີດ ​​ໃຊ້​ງານ​ຢ່າງ​ເຕັມ​ຮູບ​ແບບຊຶ່ງ​ພຽງພໍ​ຕໍ່​ການ​ໃຊ້​ງານ​ຕໍ່​ປີ​ຂອງ​ປະຊາກອນ ປະມານ 75 ລ້ານ​ຄົນ. ນອກ​ນີ້ ຍັງ​ສາມາດ​ ຫລຸດຜ່ອນ​ການ​ໃຊ້​ຖ່ານ​ຫີນ 19.68 ລ້ານ​ໂຕນ​ຕໍ່​ປີ ​ແລະ ຫລຸດ​ການ​ປ່ອຍ ​ຄາບ​ອນ​ ໄດ​ອອກ​​ໄຊ 52 ລ້ານ​ໂຕນ​ຕໍ່​ປີ ຊຶ່ງ​ຈະ​ຊ່ວຍ​ສົ່ງ​ເສີມ​ການ​ລຸດການ​ປ່ອຍ ຄາບ​ອນ​ ໄດ​ອອກ​ໄຊ ​ຂອງ ​ຈີນ ​ເປັນ​ຢ່າງ​ດີ.

error: Content is protected !!