ພະຍາດຝີຕຸ່ມລີງ ກຳລັງແພ່ລະບາດຢູ່ 12 ປະເທດທົ່ວໂລກ

ສຳນັກ​ຂ່າວAFP ລາຍງານໃນວັນ​ທີ 21​ ພຶດສະພາ​ ນີ້ ວ່າ, ອົງການ​ອະນາ​ໄມ​ໂລກ (WHO) ຢືນຢັນ ພົບ​ຜູ້​ຕິດເຊື້ອ​ພະຍາດ​ ຝີ​ຕຸ່ມ​ລີງ (monkeypox) ຫລາຍ​ກວ່າ 80 ​ຄົນ ຢ່າງ​ໜ້ອຍ​ໃນ 12 ​ປະ​ເທດ ​​ໂດຍມີ​ຜູ້​ຕ້ອງ​ສົງ​ໄສ ຕິດ​ເຊື້ອ​ອີກ 50 ຄົນ ​ແລະ ​ຜູ້​ຕິດ​ເຊື້ອມີທ່າ​ອ່ຽງເພີ່ມ​ຂຶ້ນ​ອີກ ກ່ອນ​ໜ້າ​ນີ້ີ້ ພົບ​ຜູ້​ຕິດ​ເຊື້ອ​ໃນ​ຢູໂຣບ ຈຳນວນ 9 ປະ​ເທດ ລວມທັງ ​ພົບ​ໃນ​ ສ.ອາ​ເມ​ຣິ​ກາ, ແຄນ​ນາ​ດາ ​ແລະ ອັອສເຕຣເລຍ.

error: Content is protected !!