ອາຊຽນ​ ຈະຮ່ວມກັນ​ ສະໜັບສະໜູນການຟື້ນຟູອຸດສາຫະກຳການບິນ

ອີງຕາມການລາຍງານຂ່າວຈາກ CRI: ວັນທີ 17 ພຶດສະພາຜ່ານມາ, ລັດຖະມົນຕີກະຊວງຄົມມະນາຄົມຂອງ 7 ປະເທດ​ ອາຊຽນ ຄື: ສິງກະໂປ, ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ມາເລເຊຍ, ຟິລິບປິນ ແລະ ໄທ ໄດ້ອອກຖະແຫຼງການຮ່ວມໃນກອງປະຊຸມສຸດຍອດການບິນ ຊາງອີ ຄັ້ງທຳອິດ ໂດຍໄດ້ໃຫ້ຄຳໝັ້ນສັນຍາວ່າ: ຈະຮ່ວມມືກັນໃນການເພີ່ມຄວາມສາມາດດ້ານການຂົນສົ່ງ, ການພັດທະນາແບບຍືນຍົງ, ຮັກສາຄວາມໝັ້ນຄົງ ແລະ ດ້ານອື່ນໆ ເພື່ອສະໜັບສະໜູນການຟື້ນຟູອຸດສາຫະກຳການບິນ.
ຖະແຫຼງການລະບຸວ່າ: ຜູ້ຕາງໜ້າ 7 ປະເທດດັ່ງກ່າວໄດ້ໃຫ້ຄຳໝັ້ນສັນຍາວ່າ: ຈະສະໜັບສະໜູນການຮ່ວມມືທີ່ແໜ້ນແຟ້ນລະຫວ່າງປະເທດ, ອົງການຈັດຕັ້ງສາກົນ ແລະ ອຸດສາຫະກຳ, ພັດທະນາ ແລະຟື້ນຟູການເຊື່ອມຈອດກັນທາງອາກາດຄືນໃໝ່ຢ່າງຮີບດ່ວນ.
7 ປະເທດຍັງໃຫ້ຄຳໝັ້ນສັນຍາວ່າ: ຈະຊຸກຍູ້ການອົບຮົມ ແລະ ຍົກສູງຄວາມສາມາດດ້ານການຂົນສົ່ງຜູ້ໂດຍສານ, ທັງຊຸກຍູ້ໃຫ້ອົງການຄົມມະນາຄົມ, ສາທາລະນະສຸກ ແລະ ຊາວອົບພະຍົບໄດ້ມີການແລກປ່ຽນຄວາມຄິດເຫັນກັນຢ່າງຕໍ່ເນື່ອງ ເພື່ອສະໜັບສະໜູນການຟື້ນຟູ ແລະ ການເຕີບໂຕໃນຂົງເຂດການບິນພົນລະເຮືອນ ແລະ ຮັບປະກັນໃຫ້ການທ່ອງ ທ່ຽວດ້ວຍການບິນ ແລະ ການໄປມາຫາສູກັນຂ້າມຊາດມີຄວາມປອດໄພ ແລະ ມີປະສິດທິພາບສູງ.
ນອກນີ້, ປະເທດຕ່າງໆໄດ້ໃຫ້ຄຳໝັ້ນສັນຍາວ່າ: ຈະພະຍາຍາມໃນດ້ານຊົມໃຊ້ຄວາມຮູ້ຮ່ວມກັນ, ພັດທະນາຕະຫຼາດການບິນຂອງ​ ອາຊຽນ, ເພີ່ມທະວີການເຊື່ອມຈອດກັນທາງອາກາດລະຫວ່າງ​ ອາຊຽນ​ ກັບພາກພື້ນອື່ນໆ.

error: Content is protected !!