ປະຊາຊົນ​ ລາວ ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ 40 ຄົນຕໍ່ປີ

ອີງຕາມຂໍ້ມູນ ຈາກຫ້ອງການຄະນະຄຸ້ມຄອງລະເບີດແຫ່ງຊາດລາວ ໃຫ້ຮູ້ວ່າ: ໃນຊຸມປີ ຜ່ານມາ ມີປະຊາຊົນຜູ້ຖືກເຄາະຮ້າຍຈາກລະເບີດທີ່ບໍ່ທັນແຕກ ທີ່ຕົກຄ້າງແຕ່ປາງສົງຄາມ ຢູ່ສປປ ລາວ ສະເລ່ຍ 40 ຄົນຕໍ່ປີ ເນື່ອງຈາກໃນລະຫວ່າງຊຸມປີ 1964-1973 ສະໄໝສົງຄາມ ຖ້ຽວບິນຂອງອາເມລິກາ ໄດ້ຂົນລະເບີດມາຖິ້ມໃສ່ແຜ່ນດິນລາວ ຫລາຍກວ່າ 580,​000 ຖ້ຽວ, ບັນຈຸລູກລະເບີດເກືອບ 3 ລ້ານໂຕນ ແລະ ຄາດຄະເນວ່າມີລະເບີດລູກຫວ່ານປະມານ 270 ລ້ານໜ່ວຍ ແລະ ຊະນິດອື່ນໆ; ໃນນັ້ນ ຍັງມີລູກລະເບີດປະມານ 30% ທີ່ຍັງບໍ່ທັນແຕກ ແລະ ຢັ່ງຢາຍຢູ່ຕາມພື້ນທີ່ຕ່າງໆ ໃນຂອບເຂດທົ່ວປະເທດ.

ທ່ານ ພັນໂທ ຄອນແກ້ວ ອໍລະດົມ ຫົວໜ້າການທະຫານກອງກວດກູ້ລະເບີດ ເພື່ອມະນຸດສະທຳ 58 ລາຍງານໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ພາຍຫລັງສົງຄາມໄດ້ສິ້ນສຸດລົງ ປະຊາຊົນລາວ ໄດ້ມີຜູ້ຮັບບາດ ເຈັບ ແລະ ເສຍຊີວິດຫລາຍກວ່າ 50,​000 ຄົນ ແລະ ຫລາຍໆຄົນກໍກາຍເປັນຄົນພິການຖາວອນ, ປັດຈຸບັນນີ້, ຍັງມີປະຊາຊົນຈຳນວນໜຶ່ງ ຮູ້ເທົ່າບໍ່ເຖິງການ ເມື່ອພົບເຫັນລະເບີດແລ້ວທຳລາຍມັນດ້ວຍຕົນເອງ ເຮັດໃຫ້ລະເບີດແຕກໃສ່ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ພິການເພີ່ມຂຶ້ນໃນແຕ່ລະປີ.

ທ່ານ ພັນໂທ ຄອນແກ້ວ ອໍລະດົມ ໃຫ້ຮູ້ອີກວ່າ: ແຂວງທີ່ມີລະເບີດຫລາຍກວ່າໝູ່ແມ່ນ ແຂວງ​ ຊຽງຂວາງ, ສະຫວັນນະເຂດ ແລະ ແຂວງ​ ສາລະວັນ ຕາມລໍາດັບ; ນອກນັ້ນ, ບາງເຂດບໍ່ມີຂໍ້ມູນການຖິ້ມລະເບີດ ແຕ່ພົບເຫັນລະເບີດທີ່ບໍ່ທັນແຕກ ໂດຍສະເພາະຢູ່ນະຄອນຫລວງ​ ວຽງຈັນ ເຂດເມືອງ​ ສັງທອງ ແລະ ເມືອງ​ ປາກງື່ມ. ຍ້ອນເຫັນໄດ້ໄພອັນຕະລາຍຈາກລູກລະເບີດບໍ່ທັນແຕກ, ພັກ-ລັດຖະບານ ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ຊີ້ນຳກອງກວດກູ້ລະເບີດເພື່ອມະນຸດສະທຳ 58, ກຳນົດເອົາຂົງເຂດກະສິກຳເປັນບູລິມະສິດ ໂດຍສະເພາະຢູ່ເມືອງ​ ຄຳເກີດ ແຂວງ​ ບໍລິຄຳໄຊ ແລະ ບາງພື້ນທີ່ຂອງແຂວງ​ ວຽງຈັນ ເພື່ອບໍ່ໃຫ້ຊາວກະສິກອນ ທີ່ດໍາເນີນອາຊີບການຜະລິດກະສິກຳ ຕ້ອງເປັນຜູ້ຖືກເຄາະຮ້າຍ.

ຂໍ້ມູນຈາກ: ລາວສະຕາຣ໌

ພາບ: ປອ ສະແຫວງ

error: Content is protected !!