3 ເດືອນຕົ້ນປີ ດ່ານພາສີສາກົນວັງເຕົ່າ ເກັບລາຍຮັບໄດ້ 215 ຕື້ກວ່າກີບ

ໃນໄລຍະ 3 ເດືອນຕົ້ນປີ 2022 ນີ້, ດ່ານພາສີສາກົນ ວັງເຕົ່າ ເມືອງ ໂພນທອງ ແຂວງ ຈໍາປາສັກ ສາມາດເກັບລາຍຮັບໄດ້ 215 ຕື້ກວ່າກີບ ຂອງແຜນການ 581 ຕື້ກີບ; ຂະນະທີ່ແຜນການຈັດເກັບລາຍຮັບເຂົ້າງົບປະມານຂອງດ່ານພາສີສາກົນວັງເຕົ່າ ແລະ ຫ້ອງການພາສີປະຈໍາທ່າບົກ-ວັງເຕົ່າ ໃນປີ 2022 ມີທັງໝົດ 796 ຕື້ກີບ.

ທ່ານ ພູຊ່ອງ ສົມຄິດ ຮັກສາການຫົວໜ້າດ່ານພາສີສາກົນວັງເຕົ່າ ເປີດເຜີຍຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ວ່າ: ລາຍຮັບທີ່ພົ້ນເດັ່ນແມ່ນໄດ້ຈາກນ້ຳມັນເຊື້ອໄຟ ກວມ 66,22% ຂອງລາຍຮັບທັງໝົດ; ປັດຈຸບັນນີ້, ລັດຖະບານ ໄດ້ປັບໂຄງສ້າງນ້ຳມັນເຊື້ອໄຟໂດຍຕັດຄ່າທຳນຽມຄັງແຮອອກຈາກໂຄງສ້າງເຮັດໃຫ້ລາຍຮັບຈາກຄັງແຮບໍ່ມີ. ບັນດາບໍລິສັດ ທີ່ນຳເຂົ້າໃນເງື່ອນໄຂມາດຖານ ເອອີໂອ ຕາມແຈ້ງການ ແລະ ຄໍາແນະນໍາຂອງກະຊວງການເງິນ ແມ່ນໄດ້ມອບແຕ່ຄ່າພາສີ ແລະ ຄ່າທໍານຽມໃນເວລານໍາເຂົ້າຢູ່ດ່ານ (ຖ້າມີ), ສ່ວນອາກອນປະເພດຕ່າງໆແມ່ນຫັນໄປມອບຜ່ານລະບົບ Tax Riss ຂອງຂະແໜງ ສ່ວຍສາອາກອນຈຳນວນ 58 ຕື້ກ່ວາກີບ; ການປະຕິບັດມູນຄ່າແຈ້ງພາສີ ສໍາລັບ ສິນຄ້ານໍາເຂົ້າ-ສົ່ງອອກ ແມ່ນໄດ້ປະຕິບັດຕາມກົດໝາຍພາສີສະບັບປັບປຸງ.

ທ່ານ ພູຊ່ອງ ສົມຄິດ ໃຫ້ຮູ້ຕື່ມວ່າ: ສຳລັບ ທິດທາງແຜນການຈັດເກັບລາຍຮັບເຂົ້າງົບປະມານໃນ 9 ເດືອນປີ 2022 ເພື່ອໃຫ້ບັນລຸຕາມແຜນການທີ່ວາງໄວ້, ຄະນະໜ່ວຍພັກ, ຄະນະນໍາດ່ານພາສີສາກົນວັງເຕົ່າ ຈະໄດ້ເອົາໃຈໃສ່ເພີ່ມທະວີຄວາມເປັນເຈົ້າການ ໃນການນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດວຽກງານຮອບດ້ານ ດ້ວຍຄວາມຮັບຜິດຊອບສູງ, ແບ່ງຄວາມຮັບຜິດຊອບໃຫ້ພະນັກງານວິຊາການໃຫ້ແທດເໝາະກັບຄວາມຮູ້, ຄວາມສາມາດຂອງແຕ່ລະຄົນໃຫ້ມີຜົນສໍາເລັດ; ເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລຂອງລາຍຮັບງົບປະມານແຫ່ງລັດ; ສືບຕໍ່ປຸກລະດົມບັນດາຫົວໜ່ວຍທຸລະກິດ ໃຫ້ມາເຄື່ອນໄຫວນໍາເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງຜ່ານດ່ານພາສີຊາຍແດນໃຫ້ນັບມື້ຫລາຍຂຶ້ນ ບົນພື້ນຖານຖືກຕ້ອງຕາມລະບຽບກົດໝາຍ ຂອງພາສີ ແລະ ກົດໝາຍ ຂອງຂະແໜງການອື່ນໆທີ່ກ່ຽວຂ້ອງ, ສອດຄ່ອງຕາມຄໍາສັ່ງ ຂອງນາຍົກລັດຖະມົນຕີ ວ່າດ້ວຍການອໍານວຍຄວາມສະດວກແກ່ການນໍາເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າຢູ່ ສປປ ລາວ; ເອົາໃຈໃສ່ຄຸ້ມຄອງ, ຊຸກຍູ້ສົ່ງເສີມ ແລະ ອໍານວຍຄວາມສະດວກຕໍ່ບັນດາຫົວໜ່ວຍທຸລະກິດໃນການນໍາເຂົ້າ-ສົ່ງອອກສິນຄ້າ ເພື່ອເປັນເງື່ອນໄຂໃນການມອບພັນທະເຂົ້າງົບປະມານ ຢູ່ດ່ານພາສີ ໃຫ້ເພີ່ມຂຶ້ນ ເພື່ອເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະ ມານແຫ່ງລັດ ບັນລຸຕາມແຜນການທີ່ວາງໄວ້.

ຂໍ້ມູນຂ່າວ-ພາບ: ທູນທອງໃຈ

error: Content is protected !!