ຫາລືກ່ຽວກັບການລ້ຽງປາໃນນາເຂົ້າ ຢູ່ແຂວງ ອັດຕະປື

ເມື່ອບໍ່ດົນມານີ້ ທີ່ແຂວງ ອັດຕະປື, ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO) ຮ່ວມກັບ ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບກິດຈະກໍາການລ້ຽງປາໃນນາເຂົ້າ (ກະສິກໍາແບບປະສົມປະສານ) ຢູ່ເມືອງ ສະໜາມໄຊ ແຂວງ ອັດຕະປື ເຊິ່ງເປັນສ່ວນໜຶ່ງຂອງໂຄງການ “ສ້າງຄວາມທົນທານຕໍ່ສະພາບການປ່ຽນແປງດິນຟ້າອາກາດ ແລະ ລະ ບົບກະສິກໍາ ທີ່ເປັນມິດກັບສິ່ງແວດລ້ອມ ແລະ ການດໍາລົງຊີວິດຢູ່ ແຂວງ ອັດຕະປື” ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການ ກອຍກາ.

ອົງການ FAO ໄດ້ໃຫ້ການສະໜັບສະໜູນທາງດ້ານວິຊາການ ໃຫ້ແກ່ກະສິກອນໃນການລ້ຽງປາໃນນາເຂົ້າຄືນໃໝ່ ເຊິ່ງເປັນຮູບແບບເດີມການປະຕິບັດຂອງປະຊາຊົນບ້ານ ທີ່ລ້ຽງປາ ຫລື ສັດນໍ້າອື່ນໆໃນນາເຂົ້າ ເຊັ່ນ: ລ້ຽງກົບ ເພື່ອກິນແມງໄມ້ ແລະ ບົ້ງ ພ້ອມນີ້ຍັງເຮັດໜ້າທີ່ປັບປຸງທາດອາຫານໃນນາເຂົ້າ ແລະ ການລ້ຽງສັດນ້ຳໃນນາເຂົ້ານີ້ ໄດ້ຫລຸດ ຈໍານວນລົງ ໃນໄລຍະຫລາຍປີທີ່ຜ່ານມາ ເນື່ອງຈາກວິທີການປູກເຂົ້າໄດ້ມີການປ່ຽນແປງ ແລະ ການໃຊ້ຢາປາບສັດຕູພືດທີ່ກວ້າງຂວາງ, ແຕ່ການປະຕິບັດດັ່ງກ່າວມີການປັບປຸງຟື້ນຟູຄືນໃໝ່ ເພື່ອສົ່ງເສີມການຜະລິດ ໃຫ້ມີລັກສະນະຫລາກຫລາຍ ຂອງຊີວະນາໆພັນ.

ກອງປະຊຸມປຶກສາຫາລືຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ມີການສົນທະນາກັບວິຊາການພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ລວມທັງກະສິ ກອນຕົວແບບ ແລະ ອຳນາດການປົກຄອງບ້ານ ເຊິ່ງໄດ້ເຂົ້າຮ່ວມການສົນທະນາຖອດຖອນບົດຮຽນຈາກ ໂຄງການທີ່ຄ້າຍຄືກັນທີ່ຈັດຕັ້ງປະຕິບັດ ມີສໍາເລັດຜົນມາແລ້ວຢູ່ແຂວງ ສະຫວັນນະເຂດ ໂດຍອົງການ FAO. ໂຄງການດັ່ງກ່າວ ມີຜູ້ໄດ້ຮັບຜົນປະໂຫຍດ ທັງໝົດ 103 ຄົວເຮືອນ ໃນ 7 ບ້ານເປົ້າໝາຍຂອງເມືອງສະໜາມໄຊ ເຊິ່ງໄດ້ຮັບການຄັດເລືອກໂດຍຜ່ານການເກັບກຳຂໍ້ມູນພື້ນຖານ ຂອງໂຄງການ ເພື່ອເຂົ້າຮ່ວມຈັດຕັ້ງປະຕິບັດກິດຈະ ກຳໃນຄັ້ງນີ້. ນອກຈາກການຂາຍເຂົ້າທີ່ປູກຈາກທົ່ງນາແລ້ວ, ການລ້ຽງປາໃນນາເຂົ້າແມ່ນສາມາດສ້າງລາຍຮັບ ແລະ ຊ່ວຍຄ້ຳປະກັນສະບຽງອາຫານ ໂດຍເຮັດໃຫ້ຊາວນາມີລາຍຮັບເພີ່ມຂຶ້ນຈາກການຂາຍປາ ຫລື ສັດນ້ຳ ທີ່ລ້ຽງຢູ່ໃນທົ່ງນາ ແລະ ຍັງເປັນການຫລຸດ ຜ່ອນການນຳໃຊ້ຝຸ່ນ ແລະ ຢາປາບສັດຕູພືດທີ່ເປັນເຄມີ ອີກດ້ວຍ.

error: Content is protected !!