ອາຫານບັ່ນຮອນຄວາມເປັນຊາຍ

ທ່ານຊາຍທັງຫຼາຍ ຄວນອ່ານບົດນີ້ໃຫ້ດີ ເພາະມັນກ່ຽວຂ້ອງກັບສະມັດຖະພາບທາງເພດຂອງທ່ານໂດຍກົງ.  

  • ກາເຟ: ຖ້າທ່ານໃດມັກດື່ມກາເຟ ບໍ່ຄວນເສຍໃຈວ່າ ການດື່ມກາເຟແລ້ວເຮັດໃຫ້ການມີເພດສຳພັນເສື່ອມໄວ. ແຕ່ໃນທີ່ນີ້ ເຮົາໝາຍເຖິງຄົນທີ່ມັກດື່ມກາເຟຕາງນຳ້ ເພາະການດື່ມກາເຟເລື້ອຍໆ ບໍ່ເປັນມິດກັບຕ່ອມເມືອກໄຂ່ຫຼັງ ຊຶ່ງສົ່ງຜົນຕໍ່ຮໍໂມນຄວາມຄຽດ ແລະ ເມື່ອໃດທີ່ຮໍໂມນຄວາມຄຽດເຮັດວຽກໄດ້ໜ້ອຍລົງ ສິ່ງທີ່ຕາມມາຄື ຮໍໂມນທາງເພດ ແລະ ໄທຣອຍຮໍໂມນ ຈະເສື່ອມລົງໄປຕາມໆກັນ.
  • ອາຫານມັນ: ອາຫານທອດ, ມັນ ທັງຫຼາຍ ເມື່ອກິນແລ້ວເຮັດໃຫ້ຕາຍໄວ ເພາະເປັນແຫຼ່ງໄຂມັນ ທຣານ (trans fat) ແລະ ໄຂມັນອີ່ມຕົວ ທີ່ທຳລາຍຫົວໃຈ ແລະ ການໄຫຼວຽນຂອງເລືອດ ເຮັດໃຫ້ເສັ້ນເລືອດອຸດຕັນແໜ້ນໜາໂດຍບໍ່ຮູ້ໂຕ ໂດຍສະເພາະທອດມັນຝຣັ່ງ ຄື ເມື່ອກິນແລ້ວຈະມີຄວາມສ່ຽງຕໍ່ການເປັນເບົາຫວານຊະນິດທີ 2 ແລະ ສົ່ງຜົນຕໍ່ກິດຈະກຳທາງເພດ.
  • ນໍ້າເມົາ: ນໍ້າເມົາທຳລາຍສຸຂະພາບຂອງຄົນມາຫຼາຍແລ້ວ ແລະ ເຮັດໃຫ້ການມີເພດສໍາພັນເສື່ອມລົງອີກດ້ວຍ, ເຮັດໃຫ້ກາຍເປັນເລື່ອງອັບອາຍ ໃນເວລາເມົາຈົນເຮັດໃຫ້ບໍ່ມີຄວາມຮູ້ສຶກທາງເພດ ແລະ ຮ້າຍແຮງທີ່ສຸດຄື ສ່ຽງຕໍ່ໂຣກຕິດຕໍ່ທາງເພດສຳພັນ ເພາະຂາດຄວາມຄິດເຖິງວິທີປ້ອງກັນ ໂດຍບໍ່ມີການໃສ່ຖົງຢາງອະນາໄມ.
  • ສະເຕັກ: ເຖິງແມ່ນວ່າ ສະເຕັກ ຈະເປັນແຫຼ່ງໂປຣຕິນ ແລະ ທາດສັງກະສີ, ແຕ່ຢ່າລືມວ່າ ໃນຊີ້ນສີແດງມີໄຂມັນອີ່ມຕົວ ແລະ ຄໍເລດສະເຕີຣອນສູງ ເມື່ອກິນຫຼາຍກໍຈະສ່ຽງຕໍ່ການເປັນເບົາຫວານຊະນິດທີ 2 ແລະ ໂຣກຫົວໃຈ ສົ່ງຜົນຕໍ່ການໄຫຼວຽນຂອງເລືອດ ແລະ ສະມັດຖະພາບທາງເພດ. ນອກນີ້ ຍັງມີຜົນການສຶກສາທີ່ຕີພິມລົງ Chemical Senses ລະບຸວ່າ: ການກິນຊີ້ນສີແດງ ສົ່ງຜົນຕໍ່ກິ່ນທີ່ດຶງດູດຝ່າຍຍິງ, ຫຼັງທົດລອງໃຫ້ຜູ້ຊາຍຈຳນວນ 17 ຄົນ ແບ່ງກັນເປັນກຸ່ມ ຊຶ່ງກຸ່ມໜຶ່ງກິນ ແລະ ອີກກຸ່ມໜຶ່ງບໍ່ກິນຊີ້ນ ທັງມີການຢູ່ຮ່ວມກັນດົນເຖິງ 2 ອາທິດ. ຈາກນັ້ນໃຫ້ຝ່າຍຜູ້ຍິງມາລົງຄະແນນຄວາມມັກຈາກການສູບດົມກິ່ນ (ວັດຈາກແຜ່ນທີ່ແປະໄວ້ຢູ່ໃຕ້ແຂນຂອງຜູ້ຊາຍ) ຜົນປາກົດວ່າ ພວກຜູ້ຍິງເທໃຈໃຫ້ກຸ່ມທີ່ບໍ່ມີກິ່ນຊີ້ນຫຼາຍກວ່າ.
  • ນໍ້າອັດລົມ: ຈາກການສຶກສາຂອງ National Institutes of Health ພົບວ່າ ນໍ້າອັດລົມ ກໍ່ໃຫ້ເກີດໂຣກຊຶມເສົ້າ, ຖ້າດື່ມຫຼາຍກໍຈະສົ່ງຜົນຕໍ່ອາລົມ ແລະ ຄວາມຮັບຮູ້ ຊຶ່ງເປັນຍ້ອນຜົນຂ້າງຄຽງຂອງສານໃຫ້ຄວາມຫວານແທນໍ້າຕານ. ບໍ່ພຽງແຕ່ເທົ່ານັ້ນ ການດື່ມນໍ້າອັດລົມຍັງເຮັດໃຫ້ເກີດໂຣກອ້ວນ, ມີຜົນເສຍຕໍ່ກະດູກ, ພາວະຂາດນໍ້າ ລວມທັງບັນຫາທາງເພດສໍາພັນອີກດ້ວຍ.
  • ອາຫານກະປອງ ເຊັ່ນ: ປາກະປອງ, ຊີ້ນກະປອງ ຫຼື ປາທູກະປອງ ລ້ວນແຕ່ມີໂຊດຽມ (ທາດເກືອ) ໃນປະລິມານສູງ ແຕ່ມີໂພແທັດຊຽມຕໍ່າ. ອາຫານເຫຼົ່ານີ້ ເຮັດໃຫ້ຫຼຸດການໄຫຼວຽນຂອງເລືອດໄປຍັງອະໄວຍະວະຕ່າງໆ ໂດຍສະເພາະອະໄວຍະວະສືບພັນ ແຖມຍັງເຮັດໃຫ້ມີຄວາມດັນເລືອດສູງ. ແຕ່ຖ້າມັກຄວາມສະດວກສະບາຍ ແລະ ມັກກິນຊີ້ນກະປອງ ລອງເຮັດດ້ວຍໂຕເອງເປັນໝໍ້ ແລ້ວແບ່ງກິນເທື່ອລະໜ້ອຍຈະດີກວ່າ.
  • ຊີດສ໌: ຊີດສ໌ສ່ວນໃຫຍ່ເຮັດມາຈາກນົມງົວ ທີ່ຖືກອັດຮໍໂມນ ແລະ ສານກະຕຸ້ນຕ່າງໆ ທີ່ມີປະລິມານມະຫາສານ. ດັ່ງນັ້ນ ການກິນນົມງົວອັດເປັນກ້ອນນ້ອຍໆ ຈຶ່ງບໍ່ຕ່າງຈາກ ການກິນສານພິດເຂົ້າໄປໃນຮ່າງກາຍ ຊຶ່ງຈະສົ່ງຜົນຕໍ່ອາລົມ ແລະ ກໍ່ໃຫ້ເກີດບັນຫາທາງເພດຕ່າງໆ. ຖ້າທ່ານງົດກິນບໍ່ໄດ້ ກໍຄວນຫຼຸດປະລິມານລົງ ຫຼື ຊອກຫາຊີດສ໌ ອໍແກນິກ ທີ່ເອົານົມງົວປອດສານມາຜະລິດແທນ.
error: Content is protected !!