7 ປະໂຫຍດດີໆ ຈາກເປືອກໝາກກ້ວຍ

  1. ໃຊ້ກຳຈັດຂີ້ກະຕອດ: ໃຊ້ເປືອກໝາກກ້ວຍທີ່ມີຂະໜາດໃຫຍ່ວາງລົງເທິງບາດແຜຂີ້ກະຕອດ, ຈາກນັ້ນ ໃຊ້ຜ້າພັນບາດແຜບໍລິເວນນັ້ນໄວ້. ເຮັດຊໍ້າກັນຫຼາຍໆຄືນ ຂີ້ກະຕອດຈະຫາຍໄປ.
  2. ກຳຈັດຮ່ອງຮອຍ ແລະ ສິວ: ວິທີນີ້ສາມາດເຮັດໄດ້ງ່າຍໆ ໂດຍໃຊ້ເວລາບໍ່ດົນ ແຖມມີປະສິດທິພາບສູງ ພຽງແຕ່ຜັດຖູຜິວຂອງທ່ານດ້ວຍເປືອກກ້ວຍ ປະໄວ້ 30 ນາທີ ແລ້ວລ້າງໜ້າດ້ວຍນໍ້າສະອາດ.
  3. ໃຊ້ທຳຄວາມສະອາດ: ທ່ານສາມາດໃຊ້ເປືອກກ້ວຍ ໃນການທໍາຄວາມສະອາດເຄື່ອງ ເຟີນີເຈີ ແລະ ເກີບຂອງທ່ານໄດ້ອີກ ໂດຍທີ່ເປືອກໝາກກ້ວຍຈະຊ່ວຍໃຫ້ເຄື່ອງໃຊ້ຂອງທ່ານກັບຄືນມາໃໝ່ກວ່າເກົ່າ.
  4. ໃຊ້ຖູແຂ້ວ: ເຮັດໃຫ້ແຂ້ວຂາວ ໂດຍການໃຊ້ສ່ວນດ້ານໃນຂອງເປືອກກ້ວຍຖູໄປຕາມແຂ້ວຂອງທ່ານ ເຮັດຕິດຕໍ່ກັນຫຼາຍໆອາທິດ ທ່ານກໍຈະສັງເກດເຫັນຜົນໄດ້ໃນທັນທີ.
  5. ໃຊ້ປົວບາດແຜແມງໄມ້ກັດ-ຕອດ: ນໍາເປືອກກ້ວຍມາທາບໍລິເວນທີ່ແມງໄມ້ກັດ-ຕອດ ຈະຊ່ວຍບັນເທົາຄວາມເຈັບປວດໄດ້.
  6. ໃຊ້ປົວໂຣກກາກ-ກ້ຽນ: ຖ້າທ່ານມີບັນຫາກ່ຽວກັບໂຣກທັງສອງຢ່າງນີ້ ໃຫ້ນຳເອົາເປືອກກ້ວຍມາຖູໃຫ້ທົ່ວບໍລິເວນນັ້ນແລ້ວປະໄວ້ 10 ນາທີ ເຮັດແບບນີ້ອາການກໍຈະຄ່ອຍໆດີຂຶ້ນ.
  7. ໃຊ້ແທນຢາແກ້ປວດ: ໃຊ້ເປືອກກ້ວຍຖູບໍລິເວນທີ່ມີອາການເຈັບປວດເຊັ່ນ ສັນຫຼັງ, ແຂນ-ຂາ ແລະ ຈຸດອື່ນໆທີ່ເຈັບ ປະໄວ້ປະມານ 10-15 ນາທີ ອາການກໍຈະທຸເລົາລົງ.
error: Content is protected !!