ສປຊ ເຕືອນໄພແຫ້ງແລ້ງ ມີທ່າອ່ຽງເພີ່ມຄວາມຮຸນແຮງຂຶ້ນ

ສຳນັກ​ຂ່າວ BBC ລາຍງານໃນວັນ​ທີ16​ ພຶດສະພາ ​ນີ້ວ່າ, ສະຫະ​ປະຊາ​ຊາດ (ສປຊ)​​ເຕືອນ​ວ່າ: ​ໄພ​ແຫ້ງ​ແລ້ງ ມີ​ທ່າ​ອ່ຽງເພີ່ມຄວາມຮຸນ​ແຮງ​ຂຶ້ນ ​ແລະ​ ​ແກ່ຍາວ​ອອກ​ໄປ​ອີກ ​ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ ​ແລະ ສົ່ງ​ຜົນ​ກະທົບ​ຕໍ່​ຊັບ​ສິນ ​ແລະ ຊີວິດຢ່າງ​ໜັກໜ່ວງ ພ້ອມ​ທັງ​ສະ​ໜີ​ແນວທາງ​ແກ້​ໄຂ​ບັນຫາ​ຢ່າງ​ມີ​ປະສິດທິ​ຜົນພາຍຫລັງໄດ້​ເຜີຍ​ແຜ່​ ບົດ​ລາຍ​ງານກ່ຽວ​ກັບຕົວ​ເລກ​ໄພ​ແຫ້ງ​ແລ້ງ​ ປີ 2022 ໃນ​ໄລຍະ​ກອງ​ປະ​ຊຸມ​​ໃຫຍ່ສະຫະ​ປະຊາ​ຊາດ (COP) ປະ​ຈຳ​ປີ ​ຄັ້ງ​ທີ 15 ຈັດ​ຕັ້ງ​ໂດຍສົນທິສັນຍາສະຫະປະຊາຊາດ ວ່າ​ດ້ວຍ​ການ​ຕໍ່ຕ້ານການປ່ຽນ​ແປງສະພາບເປັນທະເລຊາຍ (UNCCD) ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ໄພແຫ້ງແລ້ງເພີ່ມຂຶ້ນ 29% ແລະ ບັນຫານີ້ຈະເກີດຂຶ້ນ ໄວກວ່າ​ເກົ່າ ​ເຖິງ​ວ່າໄພແຫ້ງແລ້ງຈະ​ເປັນ​ສ່ວນ​ໄພພິບັດທາງ​ທຳ​ມະ​ຊາດພຽງ 15% ​ແຕ່​ນັບ​ເປັນອັດຕາ​ສ່ວນ​ຂອງການ​ເສຍ​ຊີວິດກ່ຽວ​ກັບ​ ໄພພິບັດ ​ເຖິງ 45%.

ຕັ້ງແຕ່ປີ 1998 ຫາ 2017, ໄພແຫ້ງແລ້ງສ້າງຄວາມເສຍຫາຍຫລາຍກວ່າ 124 ຕື້ໂດລາ ແລະ ປະຊາກອນ​ໂລກ ເສຍຊີວິດປະມານ 650,000 ຄົນ ໃນລະຫວ່າງ ປີ 1970 ຫາ 2019. ປັດຈຸບັນ ມີ​ປະຊາກອນ ​ຫລາຍ​ກວ່າ 2,3 ຕື້ຄົນລວມ​ທັງເດັກນ້ອຍ 160 ລ້ານຄົນ ທີ່ອາໄສຢູ່ໃນປັດ​ໄຈ​ ສະພາບ​ແວດ​ລ້ອມທີ່​ມີ​ຊັບພະຍາກອນນ້ໍາບໍ່ໝັ້ນຄົງ ນອກຈາກນັ້ນ ຖ້າໄພແຫ້ງແລ້ງ ຍັງສືບຕໍ່ຮ້າຍແຮງຂຶ້ນ ແລະ ບໍ່ມີການຈັດການກັບບັນຫານີ້ຈະມີ​ຜູ້​ອົບ​ພະຍົບຈາກ​ການ​ປ່ຽນ​ແປງຂອງ​ດິນ​ຟ້າອາ​ກາດສູງ​ຂຶ້ນ​ເຖິງ 700 ລ້ານ​ຄົນ ພາຍ​ໃນ​ປີ 2030 ປະຊາກອນ​ເດັກປະ​ມານ 1​ ໃນ 4 ຂອງ​ໂລກຈະ​ຢູ່​ໃນ​ສະຖານະທີ່​ຂາດ​ແຄນ​ນ້ຳຢ່າງ​ຮຸນ​ແຮງ ພາຍໃນປີ 2040 ແລະ ຫລາຍກວ່າ 3 ​ໃນ4 ຂອງ​ໂລກ ອາດໄດ້ຮັບຜົນກະທົບເຊັ່ນ​ດຽວ​ກັນພາຍ​ໃນ​ປີ 2050.

error: Content is protected !!