ທ່ານ ທອງລຸນ ສີສຸລິດ ຕ້ອນຮັບ ປະທານສະພາແຫ່ງຊາດ ສສ ຫວຽດນາມ

ວັນທີ 16 ພຶດສະພາ 2022 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງຄະນະຂັ້ນສູງ ສສ ຫວຽດນາມ ນໍາໂດຍ ສະຫາຍ ເວືອງ ດິງ ເຫວະ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມສັນຖະ ວະໄມຕີ ຢູ່ ສປປ ລາວ ລະຫວ່າງ ວັນທີ 15-17 ພຶດສະພາ ນີ້.

ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຄະນະຜູ້ແທນສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ເຊິ່ງເປັນການປະກອບສ່ວນ ຮັດແໜ້ນສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ. ການມາຢ້ຽມຢາມຄັ້ງນີ້ ແມ່ນຢູ່ທ່າມກາງທີ່ສອງພັກ, ສອງລັດລາວ-ຫວຽດນາມ ກະກຽມຄວາມພ້ອມການສະເຫລີມສະຫລອງ ປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022 ກໍຄື ສະເຫລີມສະຫລອງວັນເຊັນສົນທິສັນຍາມິດຕະພາບແລະ ການຮ່ວມມື ຄົບຮອບ 54 ປີ(18/07/1977-18/07/2022) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ(05/09/1962-05/09/2022) ໃຫ້ມີບັນຍາ ກາດຟົດຟື້ນ.

ໂອກາດນີ້, ສະຫາຍ ເວືອງ ດິງ ເຫວະ ໄດ້ຕາງໜ້າຄະນະສະແດງຄວາມຂອບໃຈຕໍ່ ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ໃຫ້ການຕ້ອນ ຮັບຢ່າງອົບອຸ່ນ ພ້ອມທັງລາຍງານຫຍໍ້ກ່ຽວກັບຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໂດຍສະເພາະແມ່ນເຮັດວຽກຮ່ວມກັບສະພາແຫ່ງຊາດລາວ ໃຫ້ສະຫາຍ ເລຂາທິການໃຫຍ່ ໄດ້ຮັບຊາບ.

ຂໍ້ມູນຂ່າວ: ກິດຕາ

ພາບ: ເກດສະໜາ

error: Content is protected !!