ເປີດງານແຂ່ງຂັນເຕະບານ ນັກຮຽນມັດທະຍົມສຶກສາ ທົ່ວປະເທດ ລຸ້ນອາຍຸບໍ່ເກີນ 17 ປີ

ງານແຂ່ງຂັນກິລາເຕະບານນັກຮຽນມັດທະຍົມສຶກສາທົ່ວປະເທດ ຮຸ່ນອາຍຸບໍ່ເກີນ 17 ປີ ໃນລາຍການ COPA Coca-Cola Laos 2021 ຮອບສຸດທ້າຍ ຊີງຂັນທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດຂຶ້ນໃນວັນທີ 14 ພຶດສະພາ ຜ່ານມາ ທີ່ສະໜາມກິລາ ລ້ານຊ້າງສະເຕດ້ຽມ, ໂດຍມີ ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ ພະລະ ແລະ ສິລະປະສຶກສາ ກະຊວງ ສສກ ຕາງໜ້າຈາກກົມກິລາລະດັບສູງ ພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງ ບໍລິສັດ ໂຄຄາ-ໂຄລາ ພ້ອມດ້ວຍຄະນະນໍາ ຄູຝຶກ ແລະ ນັກກິລາຈາກທີມຕົວແທນພາກເໜືອ, ພາກກາງ ແລະ ພາກໃຕ້ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ອຳພາວັນ ກວ້າງມະນີວັນ ຮອງຫົວໜ້າກົມກິລາມວນຊົນ ພະລະ ແລະ ສິລະປະສຶຶກສາ ກະຊວງ ສສກ ໃນນາມຄະນະຮັບຜິດຊອບຈັດການແຂ່ງຂັນ ກ່າວວ່າ: ການແຂ່ງຂັນຄັ້ງນີ້ ໄດ້ແບ່ງອອກເປັນ 3 ໄລຍະ ຄື: ໄລຍະວັນທີ 25 ມີນາ – 11 ເມສາ 2021 ເປັນການແຂ່ງຂັນຮອບຄັດເລືອກຢູ່ນະຄອນຫຼວງ ວຽງຈັນ ຮູບແບບຂອງການຈັດການແຂ່ງຂັນແມ່ນແຂ່ງຂັນພາຍໃນເມືອງຂອງ 9 ຕົວເມືອງ ໃນນະຄອນຫຼວ ງວຽງຈັນ ເພື່ອຄັດເລືອກເອົາທີມອັນດັບທີ 1 ຂອງແຕ່ລະເມືອງເຂົ້າມາແຂ່ງຂັນ, ສ່ວນຮອບຄັດເລືອກບັນດາແຂວງຕ່າງໆໃນຂອບເຂດທົ່ວປະເທດ ຕາມແຜນເຂດພາກເໜືອແຂ່ງຂັນຄັດເລືອກ ທີ່ແຂວງຫຼວງພະບາງ ແລະ ເຂດພາກກາງ ແລະ ພາກໃຕ້ ແຂ່ງຂັນຄັດເລືອກທີ່ແຂວງຈຳປາສັກ ແຕ່ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດ ໂຄວິດ-19 ຈຶ່ງໄດ້ເລື່ອນອອກໄປຢ່າງບໍ່ມີກຳນົດ ຈົນກວ່າສະຖານະການ ການແຜ່ລະບາດຂອງພະຍາດ ໂຄວິດ-19 ຈະເບົາບາງລົງ ໂດຍໄດ້ປັບຮູບແບບການແຂ່ງຂັນຄັດເລືອກບັນດາແຂວງ ເປັນການແຈ້ງເຊີນແຂວງທີ່ມີເງື່ອນໄຂ ແລະ ມີຄວາມພ້ອມທີ່ຈະເຂົ້າຮ່ວມການແຂ່ງຂັນ ຊຶ່ງໄລຍະ ວັນທີ 4-6 ເມສາ 2022 ແມ່ນການແຂ່ງຂັນຮອບ 9 ຕົວເມືອງ ແມ່ນການເອົາທີມທີ່ໄດ້ອັນດັບທີ 1 ຂອງແຕ່ລະເມືອງຂອງນະຄອນຫຼວງ ແຂ່ງຂັນກັນເພື່ອຄັດເລືອເອົາ 4 ທີມຊາຍ ແລະ 4 ທີມຍິງ ເພື່ອເປັນຕົວແທນຂອງນະຄອນຫຼວງ ວຽງຈັນ ເຂົ້າຮ່ວມແຂ່ງຂັນໃນຮອບທົ່ວປະເທດ.

ການແຂ່ງຂັນຮອບສຸດທ້າຍທົ່ວປະເທດ ໄລຍະ ວັນທີ 14-21 ພຶດສະພາ 2022 ໂດຍນໍາໃຊ້ 2 ສະໜາມຄື: ສະໜາມຫຍ້າທຽມລ້ານຊ້າງ ສະເຕດ້ຽມ ແລະ ສະໜາມກິລາເຕະບານ ຂອງສະຖາບັນກິລາ-ກາຍຍະກຳ (ສູນສີເກີດ) ໂດຍການແຂ່ງຂັນໃນຮອບສຸດທ້າຍ (ຮອບທົ່ວປະເທດ) ມີທີມເຂົ້າຮ່ວມທັງໝົດ 20 ທີມ ປະກອບມີ ທີມຊາຍ 12 ທີມ ແລະ ທີມຍິງ 8 ທີມ ໂດຍທີມຊາຍ ມີ: ມ.ສ ນາຊາຍທອງ (ເມືອງ ນາຊາຍທອງ), ມ.ສ ນາຝາຍ (ເມືອງ ປາກງື່ມ), ມ.ສ ຫວງຽນຢູ (ເມືອງຈັນທະບູລີ), ມ.ຕ ບໍ່ໂອ (ເມືອງ ຫາດຊາຍຟອງ). ແຂວງ ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ, ແຂວງວຽງຈັນ, ບໍລິຄຳໄຊ, ສະຫວັນນະເຂດ, ສາລະວັນ ແລະ ແຂວງຈຳປາສັກ. ສ່ວນທີມຍິງມີ: ມ.ສ ໂຄກສີວິໄລ (ເມືອງໄຊທານີ), ມ.ສ ນ້ຳສັງ (ເມືອງສັງທອງ), ມ.ສ ໂພນທັນ (ເມືອງໄຊເສດຖາ), ມ.ຕ ບໍ່ໂອ (ເມືອງຫາດຊາຍຟອງ), ແຂວງຫຼວງພະບາງ, ຊຽງຂວາງ, ວຽງຈັນ ແລະ ຄຳມ່ວນ. ການແຂ່ງຂັນຈະໄດ້ດຳເນີນລະຫວ່າງວັນທີ 14-21 ພຶດສະພາ 2022.

ຂໍ້ມູນຂ່າວ: ສີພອນ

error: Content is protected !!